[English below]
ນີ້ແມ່ນຄຳແນະນຳແຕ່ລະຂັ້ນຕອນໃນການຝາກສະກຸນເງິນດິຈິຕອນໃນ bitqik:
ຂັ້ນຕອນທີ 1.
ເລືອກ "ກະເປົາ"->"Spot" ໃນແຖບນຳທາງດ້ານເທິງ
ຂັ້ນຕອນທີ 2.
ເລືອກສະກຸນເງິນດິຈິຕອນທີ່ທ່ານຕ້ອງການຈາກລາຍການ ຫຼື ໃຊ້ຄຸນສົມບັດຄົ້ນຫາ ຈາກນັ້ນໃຫ້ກົດທີ່ "ຝາກ"
ຂັ້ນຕອນທີ 3.
ເລືອກເຄືອຂ່າຍ ແລະ ວິທີການຝາກໃຫ້ກົງກັນ
ຂັ້ນຕອນທີ 4.
ສຳເນົາທີ່ຢູ່ກະເປົາ bitqik ຂອງທ່ານ ແລະ ວາງລົງໃນປ່ອງ "ທີ່ຢູ່ຝາກ" ໃນແພລັດຟອມຝາກ
ເມື່ອເປີດກະເປົາ bitqik ເປັນເທື່ອທຳອິດ ລະບົບຈະຂໍໃຫ້ທ່ານສ້າງທີ່ຢູ່ກະເປົາ ຫາກຕ້ອງການຕັ້ງຄ່າ ພຽງແຕ່ກົດ "ສ້າງກະເປົາ"
- ການເລືອກສະກຸນເງິນ ຫຼື ເຄືອຂ່າຍ Blockchain ທີ່ບໍ່ຖືກຕ້ອງລະຫວ່າງການຝາກອາດຈະເຮັດໃຫ້ສູນເສຍສິນຊັບຂອງທ່ານຖາວອນ ກະລຸນກວດສອບຊຳ້ ແລະ ເລືອກສະກຸນເງິນດິຈິຕອນ ແລະ Blockchain ໃຫ້ຖືກຕ້ອງ
ຂັ້ນຕອນທີ 5.
ຊັບສິນທີ່ຝາກຈະມາຮອດກະເປົາ bitqik ຂອງທ່ານໃນອີກບໍ່ດົນ ຢ່າງໃດກໍຕາມ ເວລາທີ່ແນ່ນອນອາດຈະແຕກຕ່າງກັນໄປຂື້ນຢູ່ກັບເຄືອຂ່າຍທີ່ເລືອກ.
bitqik ຮອງຮັບການຝາກສັນຍາອັດສະລິຍະຂອງ ETH ຫຼືບໍ່?
bitqik ຮອງຮັບການຝາກສັນຍາອັດສະລິຍະ ERC-20 ມາດຕະຖານ ໂດຍປົກກະຕິແລ້ວທຸລະກຳເຫຼົ່ານີ້ຈະສຳເລັດພາຍໃນ 3 ຊົ່ວໂມງ ຫາກທ່ານພົບບັນຫາຄວາມລ່າຊ້າ ກະລຸນາຕິດຕໍ່ຫາ support@bitqik.com
=========================================================================
Here is a step-by-step guide to depositing cryptocurrencies on bitqik:
Step 1.
Select "Wallets"->"Spot" on the top navigation bar
Step 2.
Choose your preferred cryptocurrency from the list or use the search feature. Then, click the “Deposit” icon.
Step 3.
Choose the corresponding Network and Deposit Method.
Step 4.
Copy your bitqik wallet address* and paste it into the "Deposit Address" field on the deposit platform.
- *Upon opening your bitqik wallet for the first time, you'll be asked to set up a wallet address. To do this, simply click “Create Wallet”.
- Choosing the wrong currency or blockchain network during deposit can lead to a permanent loss of your assets. Make sure to double-check and select the right currency and blockchain.
Step 5.
Deposited assets will arrive in your bitqik wallet shortly. However, the exact timing may vary based on the chosen network.
Does bitqik Support Smart Contract Deposits of ETH?
bitqik supports standard ERC-20 smart contract deposits. These transactions usually finalize within 3 hours. If you experience any delays, please contact Customer Support.