[English below]
ກົດຂອງ Rewards Hub
bitqik Rewards Hub ແມ່ນຫຍັງ?
- bitqik Rewards Hub ໃດ້ຮັບການອອກແບບມາເພື່ອປັບປຸງປະສົບການຂອງຜູ້ໃຊ້ງານ ໂດຍການລົບລ້າງອຸປະສັກຕ່າງໆທີ່ເກີດຈາກຂະບວນການທີ່ຜ່ານມາ.
- ຂອບເຂດລາງວັນລວມມີດັ່ງຕໍ່ໄປນີ້: ຄູປັອງເງິນທົດລອງໃຊ້ ແລະ bitqik ເງິນສົດ (ສ່ວນຫຼຸດຄ່າທຳນຽມການຊື້ຂາຍ), ແຕ່ການແຈກຢາຍ token ແມ່ນບໍ່ຈຳກັດ (token airdrops).
- ຕາມເງື່ອນໄຂການໃຊ້ງານ ແລະ ການປະຕິບັດຕາມກົດລະບຽບທ້ອງຖິ່ນບາງຄຸນສົມບັດຂອງ Rewards Hub ອາດຈະບໍ່ມີໃນພື້ນທີ່ຂອງທ່ານ.
ບັດຄູປັອງ bitqik ແມ່ນຫຍັງ ແລະ ຈະນຳໃຊ້ບັດແນວໃດ
- ທ່ານອາດຈະໄດ້ຮັບບັດຄູປັອງ bitqik ປະເພດຕ່າງໆຈາກກິດຈະກຳເປັນຂອງລາງວັນ. ກະລຸນາປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້: ເພື່ອແລກຮັບບັດຄູປັອງຈາກ Rewards Hub.
- ໝາຍເຫດ: ບັດທັງໝົດທີ່ອອກໂດຍ bitqik ບໍ່ສາມາດໂອນສິດໃຫ້ຄົນອື່ນໄດ້. ບັດເຫຼົ່ານີ້ບໍ່ສາມາດໂອນໄປຫາຜູ້ໃຊ້ອື່ນ ຫຼື ໂອນລະຫວ່າງບັນຊີທີ່ຜູ້ໃຊ້ງານເປັນຄົນດຽວກັນ (ຕົວຢ່າງ: ຈາກບັນຊີຫຼັກໄປຫາບັນຊີຍ່ອຍ). ບັດຄູປັອງສາມາດໃຊ້ແລກຮັບໃດ້ຈາກບັນຊີທີ່ອອກບັດເທົ່ານັ້ນ.
- ທ່ານຄວນແລກຮັບຄູປັອງກ່ອນວັນໝົດອາຍຸ, ຖ້າຄູປັອງໝົດອາຍຸແລ້ວຈະບໍ່ສາມາດນຳໃຊ້ບັດໃດ້. ທ່ານບໍ່ສາມາດຂໍຂະຫຍາຍວັນໝົດອາຍຸ ຫຼື ແລກຄູປັອງເປັນລາງວັນອື່ນໃດ້. ເປັນຄວາມຮັບຜິດຊອບຂອງທ່ານທີ່ຕ້ອງນຳໃຊ້ບັດຄູປັອງແລກຮັບຂອງລາງວັນຕາມເຂດກຳນົດ, bitqik ບໍ່ມີພັນທະແຈ້ງເຕືອນທ່ານກ່ຽວກັບໄລຍະເວລາໝົດອາຍຸຂອງບັດຄູປັອງ.
ບັດຄູປັອງ bitqik ປະເພດຕ່າງໆ
- ທ່ານອາດຈະໄດ້ຮັບໂບນັສ (Bonus), ບັດຄູປັອງToken (Token Vouchers), bitqik ເງິນສົດ ( bitqik Cash), ແລະ ບັດຄູປັອງກອງທຶນທົດລອງຊື້-ຂາຍລ່ວງໜ້າ (Futures Trial Fund Vouchers) ຂຶ້ນກັບກິດຈະກຳ ແລະ ການໃຊ້ງານ.
ປະເພດບັດຄູປັອງ
|
ຄຳອະທິບາຍ
|
ບັດຄູປັອງToken
|
ແລກຮັບບັດຄູປັອງນີ້ເພື່ອຮັບ token ຟຣີໃນກະເປົ໋າເງິນ Spot Wallet. Token ສາມາດນຳໃຊ້ໂອນ, ຫຼື ຖອນອອກໄດ້ໂດຍບໍ່ມີຂໍ້ຈຳກັດ
|
bitqik ເງິນສົດ
|
ດ້ວຍ bitqik ເງິນສົດ, ທ່ານຈະໄດ້ຮັບສ່ວນຫຼຸດຄ່າທຳນຽມການຊື້ຂາຍທັງ Spot ແລະ Futures. ກະລຸນາອ້າງອີງຕາມຂໍ້ກຳນົດລາງວັນສຳລັບການໃຊ້ງານໃນຕະຫຼາດ.
|
ບັດຄູປັອງກອງທຶນທົດລອງຊື້-ຂາຍລ່ວງໜ້າ
|
ບັດນີ້ຊ່ວຍໃຫ້ທ່ານໃຊ້ແລກຮັບເງິນທົດລອງສຳລັບການຊື້ຂາຍ Futures ໂດຍສະເພາະ. ເງິນດັ່ງກ່າວບໍ່ສາມາດໂອນ ຫຼື ຖອນໄດ້, ແຕ່ກໍເປັນໂອກາດໃຫ້ທົດລອງຊື້ຂາຍ Futures ໂດຍບໍ່ມີຄວາມສ່ຽງ
|
ຄູປັອງ Bonus
|
Bonus ແມ່ນລາງວັນທີ່ສາມາດໃຊ້ສຳລັບ AutoTrader. ຫຼັງຈາກໃຊ້ແລກຮັບສຳເລັດແລ້ວ, Bonus ຈະຖືກເພີ່ມໃສ່ Spot Wallet. ເງິນດັ່ງກ່າວບໍ່ສາມາດໂອນ ຫຼື ຖອນໄດ້, ແຕ່ Bonus ເຫຼົ່ານີ້ເປັນໂອກາດໃຫ້ທົດລອງເຂົ້າຮ່ວມ AutoTrader ໂດຍບໍ່ມີຄວາມສ່ຽງ.
|
ບັດຄູປັອງ Token
- ຫຼັງຈາກໄດ້ຮັບຄູປັອງແລ້ວ, ຜູ້ໃຊ້ຈະຕ້ອງແລກຮັບຄູປັອງກ່ອນວັນໝົດອາຍຸ. ຖ້າຄູປັອງໝົດອາຍຸການໃຊ້ງານແລ້ວຈະບໍ່ສາມາດໃຊ້ງານຄູປັອງນັ້ນໃດ້ອີກ. ຜູ້ໃຊ້ຈະບໍ່ສາມາດຂໍຂະຫຍາຍໄລຍະເວລາ ຫຼື ແລກປ່ຽນຄູປັອງເປັນລາງວັນອື່ນໆໃດ້.
- ຫຼັງຈາກນຳໃຊ້ແລກຮັບແລ້ວ, Token ທີ່ກົງກັບບັດຄູປັອງຈະຖືກເພີ່ມໃສ່ກະເປົ໋າ Spot Wallet ຂອງຜູ້ໃຊ້.
- ບັນຊີຍ່ອຍບໍ່ສາມາດໃຊ້ແລກຮັບ Token Voucher ໄດ້; ມີແຕ່ບັນຊີຫຼັກເທົ່ານັ້ນທີ່ສາມາດໃຊ້ບັດນີ້.
bitqik ເງິນສົດ
- ມູນຄ່າຂອງ bitqik ເງິນສົດ ຈະຖືກປຽບທຽບກັບລາຄາຕາມເວລາຈິງ USDT (1:1).
- ຫຼັງຈາກນຳໃຊ້ແລກຮັບສຳເລັດແລ້ວ, bitqik ເງິນສົດ ຈະຖືກເປີດນຳໃຊ້. ຫຼັງຈາກການເປີດໃຊ້ງານ, ການຄືນເງິນຄ່າທຳນຽມການຊື້ຂາຍທີ່ກ່ຽວຂ້ອງແມ່ນຕາມຈຳນວນທີ່ເທົ່າກັບຄ່າທຳນຽມການຊື້ຂາຍລາຍວັນສຸດທິ (ບໍ່ລວມຄ່າ Commissions ການແນະນຳ) ຂອງຜະລິດຕະພັນສະເພາະ ຈະຖືກໂອນເຂົ້າກະເປົ໋າບັນຊີ (Spot Wallet) ຂອງຜູ້ໃຊ້ໃນຮູບແບບ USDT ພາຍໃນ 23:59:59 (UTC) ຂອງມື້ຖັດໄປ.
- ຈຳນວນ bitqik ເງິນສົດ ສູງສຸດຕໍ່ຜູ້ໃຊ້ແມ່ນຕາມມູນຄ່າທີ່ລະບຸໄວ້ໃນບັດ bitqik ເງິນສົດ .ຈຳນວນເງິນທັງໝົດຈະຖືກຫັກອອກໃນແຕ່ລະມື້ອີງຕາມການຈ່າຍຄືນຄ່າທໍານຽມການຊື້ຂາຍຈົນກ່ວາ bitqik ເງິນສົດຈະສິ້ນສຸດ ຫຼື ໝົດອາຍຸ. ຄ່າທໍານຽມການຊື້ຂາຍຂອງຄໍາສັ່ງຊື້ທີ່ມີສິດ ຈະຖືກແປງເປັນ USDT ຕາມອັດຕາແລກປ່ຽນໃນເວລາຈິງຂອງຄໍາສັ່ງທີ່ກ່ຽວຂ້ອງ, ແລ້ວສະຫຼຸບຜົນລວມຈ່າຍໃຫ້ກັບ Spot Wallet ຂອງຜູ້ໃຊ້. ຜູ້ໃຊ້ຮັບຮູ້ ແລະ ຕົກລົງເຫັນດີວ່າ bitqik ເງິນສົດ ຈະບໍ່ຮັບຜິດຊອບຕໍ່ການສູນເສຍໃດໆທີ່ກ່ຽວຂ້ອງກັບອັດຕາແລກປ່ຽນທີ່ນໍາໃຊ້.
- ຖ້າຄ່າທຳນຽມການຊື້ຂາຍສະສົມຂອງຜູ້ໃຊ້ຈາກມື້ກ່ອນໜ້ານັ້ນມີຄ່າຕ່ຳກວ່າ 0.00000001 USDT, ຜູ້ໃຊ້ຈະບໍ່ມີສິດໄດ້ຮັບສ່ວນຫຼຸດຄ່າທຳນຽມໃດໆຈາກ bitqik ເງິນສົດ .
- ຖ້າຄ່າທຳນຽມສະສົມສູງກວ່າເງິນທີ່ເຫຼືອໃນ bitqik ເງິນສົດ, ຜູ້ໃຊ້ຈະໄດ້ຮັບສ່ວນຫຼຸດແຕ່ລະມື້ຕາມເງິນທີ່ເຫຼືອເທົ່ານັ້ນ.
- ຕົວຢ່າງ: ຜູ້ໃຊ້ A ເປີດໃຊ້ງານ bitqik ເງິນສົດ ມູນຄ່າ 500 USDT ແລະ ມີຍອດຄົງເຫຼືອ 100 USDT. ຖ້າພາຍໃນມື້ຜູ້ໃຊ້ A ສະສົມຄ່າທຳນຽມການຊື້ຂາຍແບບ Spot ເພີ່ມອີກ 300 USDT, ຜູ້ໃຊ້ຈະໄດ້ຮັບສ່ວນຫຼຸດ 100 USDT ເທົ່ານັ້ນ.
- ຖ້າຜູ້ໃຊ້ເປີດໃຊ້ງານ bitqik ເງິນສົດ ຫຼາຍລາຍການສຳຫຼັບຜະລິດຕະພັນດຽວກັນໃນເວລາດຽວກັນ, ບັດເຫຼົ່ານັ້ນຈະຖືກນຳໃຊ້ຕາມລຳດັບການແລກຂອງລາງວັນ.
- ຕົວຢ່າງ: ຜູ້ໃຊ້ A ເປີດໃຊ້ງານ bitqik ເງິນສົດ ມູນຄ່າ 500 USDT (bitqik ເງິນສົດ A) ແລະ ຈາກນັ້ນ, ເປີດໃຊ້ bitqik ເງິນສົດ ເພີ່ມອີກມູນຄ່າ 1,000 USDT (bitqik ເງິນສົດ B).
- ຖ້າຜູ້ໃຊ້ A ຊຳລະຄ່າທຳນຽມຊື້ຂາຍ 300 USDT ແບບ Spot ພາຍໃນມື້, ຫຼັງຈາກການຈ່າຍເງິນຄືນສໍາເລັດແລ້ວ, ຍອດຄົງເຫຼືອຂອງ bitqik ເງິນສົດ ສໍາລັບ bitqik ເງິນສົດ ທັງສອງລາຍການຈະເເມ່ນ:
- bitqik ເງິນສົດ A: 200 USDT
- bitqik ເງິນສົດ B: 1,000 USDT
- ຖ້າຜູ້ໃຊ້ A ຊຳລະຄ່າທຳນຽມທຸລະກຳແບບ Spot ຈຳນວນ 800 USDT ຄ່າທໍານຽມການເຮັດທຸລະກໍາໃນມື້ນີ້, ຫຼັງຈາກການຈ່າຍເງິນຄືນສໍາເລັດແລ້ວ, ຍອດຄົງເຫຼືອຂອງ bitqik ເງິນສົດ ສໍາລັບ bitqik ເງິນສົດ ທັງສອງລາຍການຈະເເມ່ນ:
- bitqik ເງິນສົດ A: 0 USDT
- bitqik ເງິນສົດ B: 7,00 USDT
- ລາງວັນ bitqik ເງິນສົດ ຈະໝົດອາຍຸຕາມໄລຍະເວລາທີ່ກຳນົດ. ກະລຸນາເບິ່ງວັນທີໝົດອາຍຸຂອງ bitqik ເງິນສົດ ແຕ່ລະລາຍການ . ຫຼັງຈາກບັດຄູປັອງໝົດອາຍຸ, ຜູ້ໃຊ້ຈະບໍ່ສາມາດສະໝັກ ຫຼື ນຳໃຊ້ຍອດເງິນທີ່ຍັງເຫຼືອຂອງ bitqik ເງິນສົດ ໃດ້ອີກ.
- ກະລຸນາເບິ່ງປະຫວັດ bitqik ເງິນສົດ ໃນລະບົບເພື່ອຕິດຕາມສ່ວນຫຼຸດຄ່າທຳນຽມການຊື້ຂາຍ.
- ບັນຊີຍ່ອຍບໍ່ສາມາດນຳໃຊ້ bitqik ເງິນສົດ ; ມີແຕ່ບັນຊີຫຼັກເທົ່ານັ້ນທີ່ສາມາດນຳໃຊ້ໃດ້.
ບັດກອງທຶນທົດລອງ Futures (Futures Trial Fund Voucher)
- ຫຼັງຈາກໄດ້ຮັບບັດຄູປັອງແລ້ວ, ຜູ້ໃຊ້ຕ້ອງແລກຄູປັອງກ່ອນວັນໝົດອາຍຸ. ຖ້າບັດໝົດອາຍຸແລ້ວ ຈະບໍ່ສາມາດໃຊ້ງານໃດ້. ຜູ້ໃຊ້ຈະບໍ່ສາມາດຂໍຂະຫຍາຍໄລຍະເວລາ ຫຼື ແລກປ່ຽນຄູປັອງເປັນລາງວັນອື່ນໆໃດ້.
- ຫຼັງຈາກແລກຮັບບັດຄູປັອງແລ້ວ, vip USDT ຈະຖືກໂອນເຂົ້າ Cross Wallet ຂອງຜູ້ໃຊ້.
- ມູນຄ່າຂອງ vip USDT ຈະຄິດໄລ່ຕາມລາຄາ USDT ໃນເວລາຈິງ (1:1).
- ໃນກໍລະນີທີ່ Cross Wallet ມີເງິນຂອງຜູ້ໃຊ້ ແລະ ເງິນກອງທຶນທົດລອງ Futures ການຂາຍຫຼຸດລາຄາ (losses) ຈະຖືກຈັດລຳດັບຄວາມສຳຄັນ ເພື່ອຊົດເຊີຍເງິນທຶນທີ່ຝາກຂອງຜູ້ໃຊ້.
- ເມື່ອໃຊ້ ເງິນທຶນທົດລອງ Futures, ຜູ້ແນະນຳ (referrer) ຈະບໍ່ໄດ້ຮັບຄ່າທຳນຽມ commission
- ບັນຊີຍ່ອຍບໍ່ສາມາດໃຊ້ບັດເງິນທົດລອງ Futures ໄດ້; ມີແຕ່ບັນຊີຫຼັກເທົ່ານັ້ນທີ່ສາມາດນຳໃຊ້ໄດ້.
ຄູປັອງBonus (Bonus Voucher)
- Bonus ສາມາດໃຊ້ເປັນ USDT ສຳລັບ AutoTrader.
- ເມື່ອແລກຮັບແລ້ວ,USDT Bonus ຈະຖືກເພີ່ມໃສ່ Spot Wallet ຂອງຜູ້ໃຊ້ ແລະ ເພື່ອໃຫ້ AutoTrader ນຳໃປໃຊ້
- ເມື່ອແລກຮັບ Bonus ແລ້ວ, ຈຳນວນ USDT ອາດຈະຖືກກັກໄວ້ໃນ Spot Wallet ຂອງຜູ້ໃຊ້ຊົ່ວຄາວ ແລ້ວຈິ່ງສົ່ງຄືນໃຫ້ກັບຜູ້ໃຊ້ເພື່ອຮັບປະກັນຄວາມຍຸດຕິທຳ ແລະ ຄວາມປອດໄພສຳລັບຜູ້ໃຊ້ທຸກຄົນ.
- ຫຼັງຈາກໄດ້ຮັບບັດຄູປັອງແລ້ວ, ຜູ້ໃຊ້ຕ້ອງໃຊ້ບັດກ່ອນວັນໝົດອາຍຸ
- ບັນຊີຍ່ອຍບໍ່ສາມາດແລກບັດຄູປັອງ Token ໄດ້; ມີແຕ່ບັນຊີຫຼັກເທົ່ານັ້ນທີ່ສາມາດນຳໃຊ້ໄດ້.
* ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມ, ກະລຸນາຕິດຕໍ່ພວກເຮົາທີ່ support@bitqik.com.
======================================================================================
Rewards Hub Rules
What Is the bitqik Rewards Hub
- The bitqik Rewards Hub is engineered to refine the user journey, eliminating the obstacles encountered in our prior task-reward process.
- The spectrum of rewards includes but is not limited to token airdrops, trial funds vouchers, and bitqik Cash (rebates on trading fees).
- As per the Terms of Use and in compliance with local regulations, certain Rewards Hub features may not be available in your region.
What Are bitqik Vouchers and How to Redeem Them
-
You may receive different types of bitqik vouchers as activity rewards. Follow the step-by-step guide below to redeem your vouchers from the Rewards Hub.
- Please note that all vouchers issued by bitqik are non-transferable. They cannot be transferred to other users or between different accounts held by the same user (i.e., from a main account to a sub-account). Vouchers can only be redeemed from the issued account.
- You should also redeem your vouchers before the expiry date. If a voucher expires, it will no longer be valid. You will not be able to extend the expiry date or exchange the voucher for any other rewards. It is your responsibility to redeem any vouchers allocated to you. bitqik does not have any obligation to alert you of the upcoming or expiry of any voucher.
Different Types of bitqik Vouchers
-
Depending on the activities and tasks, you may receive Bonus, Token Vouchers, bitqik Cash, and Futures Trial Fund Vouchers.
Voucher Type
|
Description
|
Token Voucher
|
Redeem this voucher to receive free tokens in your Spot Wallet. The tokens can be used, transferred, or withdrawn without any restrictions.
|
bitqik Cash
|
With bitqik Cash, enjoy a rebate on trading fees for both Spot and Futures trading. Refer to reward rules for specific market usage.
|
Futures Trial Fund Voucher
|
This voucher allows you to redeem trial funds specifically for futures trading. While these funds cannot be transferred or withdrawn, they provide a risk-free opportunity to engage in futures trading.
|
Bonus Voucher
|
Bonus is a reward that can be used for AutoTrader. After successful redemption, the Bonus will be credited to your Spot Wallet. While these funds cannot be transferred or withdrawn, they provide a risk-free opportunity to engage in AutoTrader.
|
Token Voucher
-
After receiving the voucher, the user must redeem it before the expiration date. If the voucher is past its expiry date, it will be deemed invalid. Users will not be able to extend the validity period or exchange the voucher for other rewards.
- After redemption, the corresponding token will be credited to the user’s Spot Wallet.
- Sub-accounts cannot redeem token vouchers; only the main account can use them.
bitqik Cash
-
The value of bitqik Cash will be benchmarked against the real-time price of USDT (1:1).
- After successful redemption, the bitqik Cash will be activated. Following the activation, the corresponding trading fee rebate in the amount equal to the daily net trading fee (excluding referral commissions) of the specific product will be distributed to the user’s Spot Wallet in USDT on the day following the user’s trade before 23:59:59 (UTC).
- The maximum bitqik Cash amount per user equals the face value of bitqik Cash. The total amount will be deducted each day according to the trading fee rebate distribution until the depletion or the expiry of bitqik Cash. The trading fee of the eligible orders will be converted into USDT according to the real-time exchange rate of the corresponding orders, summed up, and distributed to the user’s Spot Wallet. Users acknowledge and agree that bitqik Cash shall not be liable for any loss in connection with the exchange rate applied.
- If a user’s total trading fees from the day before are less than 0.00000001 USDT, they are not eligible to receive any trading fee rebate from bitqik Cash.
-
If the total amount of the corresponding trading fee of the eligible orders is greater than the remaining balance of bitqik Cash, users will only receive a trading fee rebate reflecting the remaining balance of bitqik Cash.
- For example, User A activated bitqik Cash with a face value of 500 USDT and a balance of 100 USDT. If User A accumulates another 300 USDT in spot trading fees today, then User A will only receive the trading fee rebate of bitqik Cash (100 USDT).
-
If a user activates multiple bitqik Cash for the same product at the same time, they will be used according to the order of redemption.
-
For example, User A activated a bitqik Cash worth 500 USDT (bitqik Cash A) and then activated another bitqik Cash worth 1,000 USDT (bitqik Cash B).
-
If User A pays 300 USDT in spot trading fees today, then after the rebate distribution is completed, the remaining bitqik Cash balances for the two bitqik Cash will be:
- bitqik Cash A: 200 USDT
- bitqik Cash B: 1,000 USDT
-
If User A pays 800 USDT in spot transaction fees today, then after the offset distribution is completed, the remaining bitqik Cash balances for the two bitqik Cash will be:
- bitqik Cash A: 0 USDT
- bitqik Cash: 700 USDT
-
If User A pays 300 USDT in spot trading fees today, then after the rebate distribution is completed, the remaining bitqik Cash balances for the two bitqik Cash will be:
-
For example, User A activated a bitqik Cash worth 500 USDT (bitqik Cash A) and then activated another bitqik Cash worth 1,000 USDT (bitqik Cash B).
- bitqik Cash rewards will expire after a certain period. Please refer to the expiry date on each individual bitqik Cash. After the voucher expires, users will not be able to apply for or use the remaining balance of bitqik Cash in any way.
- Please refer to the bitqik Cash History for records related to trading fee rebates.
- Sub-accounts are not allowed to use bitqik Cash. Only the main account can redeem them.
Futures Trial Fund Voucher
-
After receiving the voucher, the user must redeem it before the expiration date. If the voucher is past its expiry date, it will be deemed invalid. Users will not be able to extend the validity period or exchange the voucher for other rewards.
- After redemption, vip USDT will be credited to the user’s Cross Wallet.
- The value of vipUSDT will be benchmarked against the real-time price of USDT (1:1).
- When the Cross Wallet contains user funds and futures trial funds, losses will be prioritized to offset the user’s deposited funds.
- When using futures trial funds, the user’s direct referrer will not receive any commission fees.
- Sub-accounts cannot redeem future trial fund vouchers; only the main account can use them.
Bonus Voucher
-
The Bonus can be used as USDT for AutoTrader.
- Upon redemption, USDT Bonus will be credited to the user’s Spot Wallet and for AutoTrader to use.
- Upon redemption, an amount of USDT might be held in your Spot Wallet for a period of time and returned to you to ensure a fair and secure experience for all participants.
- After receiving the voucher, the user must redeem before the expiration date.
- Sub-accounts cannot redeem token vouchers, only the main account can use vouchers.
* If you need further help, please reach out to us at support@bitqik.com.