[English below]
ການເທຣດ Grid ຄືກົນລະຍຸດການເທຣດທີ່ໃຊ້ໃນຕະຫຼາດ ໂດຍຜູ້ເທຣດຈະເຮັດການຊື້ ແລະ ຂາຍຫຼາຍລາຍການໃນລະດັບລາຄາທີ່ແຕກຕ່າງກັນພາຍໃນຊ່ວງລາຄາທີ່ກຳນົດໄວ້ລ່ວງໜ້າ ກົນລະຍຸດນີ້ຄາດຫວັງທີ່ຈະໃຊ້ປະໂຫຍດຈາກຄວາມຜັນຜວນ ແລະ ລັກສະນະຂອງລາຄາ Cryptocurrency ເຮັດໃຫ້ຜູ້ເທຣດເຮັດກຳໄລຈາກການເຄື່ອນໄຫວຂອງລາຄາທັງໃນແນວໂນມຂາຂື້ນ ແລະ ຂາລົງ ການເທຣດ Grid ເປັນແນວທາງທີ່ຄ້ອນຂ້າງເປັນລະບົບ ແລະ ອັດຕະໂນມັດ ເນື່ອງຈາກຕ້ອງມີການຄວບຄຸມດ້ວຍມມືໜ້ອຍກວ່າວິທີການເທຣດອື່ນໆ.
ວິທີການເທຣດ Crypto Grid Trading:
-
ເລືອກຄູ່ເທຣດ ແລະ ຊ່ວງເວລາ: ຂັ້ນຕອນທຳອິດ ຜູ້ເທຣດເລືອກຄູ່ເທຣດດ້ວຍ Cryptocurrency (ເຊັ່ນ Bitcoin Perpetual) ແລະ ກຳນົດຊ່ວງເວລາທີ່ຄາດວ່າລາຄາຈະຜັນຜວນເມື່ອກຳນົດຊ່ວງລາຄາ ຜູ້ເທຣດຈະຕ້ອງກຳນົດຊ່ວງລາຄາໃຫ້ສອດຄອງກັບຄວາມເປັນຈິງ ແລະ ຄົ້ນຄວ້າກ່ຍວກັບການເຄື່ອນໄຫວຂອງລາຄາໃນອະດີດ ສະພາວະຕະຫຼາດ ແລະ ວິເຄາະທາງເຕັກນິກອື່ນໆ ໃຫ້ຄົບຖ້ວນ.
-
ແບ່ງຊ່ວງລາຄາອອກເປັນຕາຕະລາງ: ຊ່ວງລາຄາຈະຖືກແບ່ງອອກເປັນຊ່ວງທີ່ເທົ່າກັນຫຼາຍຊ່ວງ ເອີ້ນວ່າ "ຕາຕະລາງ" ຈຳນວນຕາຕະລາງຂື້ນຢູ່ກັບຜູ້ເທຣດ ແລະ ສາມາດປ່ຽນແປງໄດ້ເພື່ອສະທ້ອນເຖິງຄວາມຕ້ອງການຂອງຜູ້ເທຣດ ການຍອມຮັບຄວາມສ່ຽງ ແລະ ລະດັບຄວາມລະອຽດທີ່ຕ້ອງການ.
-
ວາງ Order ຊື້ ແລະ ຂາຍ: ສຳລັບແຕ່ລະລະດັບ Grid, ຜູ້ເທຣດຈະວາງ Order ແບບຈຳກັດລາຄາໃຫ້ຕ່ຳກວ່າລາຄາປັດຈຸບັນ ແລະ Order ຂາຍແບບຈຳກັດລາຄາໃຫ້ສູງກວ່າລາຄາປັດຈຸບັນ Order ເຫຼົ່ານີ້ຈະຖືກກຳນົດໄວ້ລ່ວງໜ້າໂດຍຜູ້ເທຣດ ແລະ ຈະຖືກວາງໂດຍອັດຕະໂນມັດໂດຍລະບົບເທຣດ ຫຼື Bot.
- ກຳໄລຈາກຄວາມຜັນຜວນຂອງລາຄາ: ເນື່ອງຈາກລາຄາຂອງ Cryptocurrency ຜັນຜວນພາຍໃນຊ່ວງທີ່ຕ້ອງການ Order ຊື້/ຂາຍ ຈະຖືກດຳເນີນການເມື່ອຮອດລະດັບລາຄາທີ່ກ່ຽວຂ້ອງ ຫາກລາຄາຜັນຜວນຕາມທີ່ຜູ້ເທຣດຄາດການ Order ທີ່ດຳເນີນການແຕ່ລະຄັ້ງສາມາດສ້າງກຳໄລໄດ້ ເນື່ອງຈາກ Order ຊື້ມັກຈະຕ່ຳກວ່າຂາຍ.
ຂໍ້ດີທີ່ເປັນໄປໄດ້ຂອງການເທຣດ Crypto Grid ໄດ້ແກ່:
-
ການເຮັດວຽກອັດຕະໂນມັດ: ການເທຣດແບບ Grid ສາມາດເຮັດໂດຍອັດຕະໂນມັດໄດ້ໂດຍໃຊ້ Bot ການເທຣດ ເຊິ່ງຫຼຸດຄວາມຈຳເປັນໃນການຄວບຄຸມ ແລະ ການຕັດສິນໃຈດ້ວຍຕົນເອງຢ່າງຕໍ່ເນື່ອງ.
-
ຄວາມສາມາດໃນການເຮັດກຳໄລໃນສະພາວະຕະຫຼາດທີ່ແຕກຕ່າງກັນ: ການເທຣດແບບ Grid ມີປະສິດຕິພາບໃນການສ້າງກຳໄລທັງໃນແນວໂນ້ມຂາຂື້ນ ແລະ ຂາລົງ ເຮັດໃຫ້ສາມາດໃຊ້ໄດ້ສະພາວະຕະຫຼາດທີ່ຫຼາກຫຼາຍ.
-
ການຈັດການຄວາມສ່ຽງ: ການວາງ Order ຫຼາຍລາຍການໃນລະດັບລາຄາທີ່ແຕກຕ່າງກັນ ການເທຣດແບບ Grid ສາມາດຊ່ວຍກະຈາຍຄວາມສ່ຽງ ແລະ ຫຼຸດຜົນກະທົບຈາກການປ່ຽນແປງລາຄາຢ່າງກະທັນຫັນໄດ້.
ຢ່າງໃດກໍຕາມ ສິ່ງສຳຄັນແມ່ນຕ້ອງຊາບວ່າການເທຣດ Crypto Grid ກໍມີຂໍ້ຈຳກັດເຊັ່ນກັນ ຫາກແນວໂນມທີ່ແຂງປະກົດຂື້ນເຊິ່ງຂັດແຍ້ງຊ່ວງເວລາທີ່ກຳນົດໄວ້ລ່ວງໜ້າ ຜູ້ເທຣດອາດຈະພົບກັບຄວາມສ່ຽງທີ່ຈະຂາດທຶນ ນອກຈາກນີ້ ຄ່າທຳນຽມໃນການເທຣດ ແລະ ຄວາມລື່ນໄຫລອາດລຸດຄວາມສາມາດໃນການເຮັດກຳໄລຂອງກົນລະຍຸດໄດ້ ເປັນສິ່ງສຳຄັນທີ່ຜູ້ເທຣດຈະຕ້ອງເລືອກຄູ່ການເທຣດຊ່ວງລາຄາ ແລະ ຊ່ວງ Grid ຢ່າງລະມັດລະວັງ ພ້ອມທັງພິຈາລະນາຄວາມສ່ຽງທີ່ກ່ຽວຂ້ອງ ແລະ ຜົນຕອບແທນທີ່ອາດໄດ້ຮັບດ້ວຍ.
-
ເລືອກທິດທາງການເທຣດ: ເລືອກທິດທາງການເທຣດທີ່ທ່ານຕ້ອງການໃຊ້ກັບການເທຣດ Bot Grid ຕົວເລືອກຄື ກາງ, ຍາວ ແລະ ສັ້ນ.
-
ເລືອກຄູ່ການເທຣດ: ເລືອກຄູ່ການເທຣດ Futures ທີ່ທ່ານຕ້ອງການເທຣດ Bot Grid ຄູ່ເທຣດກັນທົ່ວໄປໄດແກ່ e BTC-PERP, ETH-PERP, ແລະ LTC-PERP. ກວດສອບໃຫ້ແນ່ໃຈວ່າທ່ານຄຸ້ນເຄີຍກັບຂໍ້ກຳນົດຂອງສັນຍາທັງໝົດ ເຊັ່ນ Leverage, ຂະໜາດສັນຍາ, ແລະ ມື້ໝົດອາຍຸ.
-
ກຳນົດຄ່າການຕັ້ງຄ່າ Bot: ປັບແຕ່ງການຕັ້ງຄ່າສຳລັບ Bot ເທຣດ Futures ແບບ Grid ຂອງທ່ານ ໂດຍທົ່ວໄປການຕັ້ງຄ່າເຫຼົ່ານີ້ປະກອບດ້ວຍ:
-
ຊ່ວງລາຄາ: ກຳນົດຂໍ້ຈຳກັດລາຄາສູງສຸດ ແລະ ຕ່ຳສຸດສຳລັບ Grid ຂອງທ່ານ ຊ່ວງນີ້ຄວນອິງຕາມການວິເຄາະຕະຫຼາດຂອງທ່ານ ແລະ ການຄາດການເຖິງການເຄື່ອນໄຫວຂອງລາຄາໃນອານາຄົດ.
-
ລະດັບ Grids: ລະບຸຈຳນວນລະດັບ Grid ຫຼື ຊ່ວງພາຍໃນຊ່ວງລາຄາທີ່ທ່ານເລືອກ ລະດັບທີ່ຫຼາຍຂື້ນຈະສົ່ງຜົນໃຫ້ຊ່ອງວ່າງລາຄາລະຫວ່າງ Order ເທຣດນ້ອຍລົງ ແຕ່ອາດຈະຕ້ອງໃຊ້ເງິນທຶນຫຼາຍຂື້ນ.
-
Margin ເລີ່ມຕົ້ນ: ຕັ້ງຄ່າ Margin ເລີ່ມຕົ້ນສຳລັບກົນລະຍຸດ Grid ຂອງທ່ານ ເຊິ່ງຈະກຳນົດຈຳນວນຂະໜາດ ຫຼື ປະລິມານຂອງ Cryptocurrency ທີ່ທ່ານຈະເທຣດໃນຕະຫຼາດ Grid.
-
Leverage: ເລືຶອກ Leverage ທີ່ທ່ານຕ້ອງການໃຊ້ສຳລັບການເທຣດ Futures ຂອງທ່ານ Leverage ທີ່ສູງຂື້ນຈະເພີ່ມທັງຜົນກຳໄລທີ່ເປັນໄປໄດ້ ແລະ ຄວາມສ່ຽງຂອງທ່ານ ດັງນັ້ນໃຫ້ເລືອກຄ່ານີ້ໂດຍພິຈາລະນາຈາກຄວາມສາມາດໃນການຮັບຄວາມສ່ຽງ ແລະ ປະສົບການຂອງທ່ານ.
-
ການຕັ້ງຄ່າຂັ້ນສູງ(ທາງເລືອກ): ຕັ້ງຄ່າເງື່ອນໄຂການຢຸດນອກຊ່ວງສຳລັບກົນລະຍຸດ Grid ຂອງທ່ານ ຄຸນສົມບັດນີ້ຈະຊ່ວຍໃຫ້ທ່ານປ້ອງກັນການສູນເສຍໄດ້ຫາກລາຄາຕະຫຼາດຜັນຜວນເກີນຊ່ວງລາຄາທີ່ທ່ານກຳນົດ.
4. ເປີດໃຊ້ງານ Bot: ເມື່ອທ່ານພໍໃຈກັບການຕັ້ງຄ່າແລ້ວ ໃຫ້ເປີດໃຊ້ງານ Bot ເທຣດ Futures Grid ຈະເລີ່ມວາງ Order ຊື້ ແລະ ຂາຍ ຕາມການກຳນົດຄ່າຂອງທ່ານ ແລະ ຈະກວດສອບຕະຫຼາດເພີື່ອດຳເນີນການເທຣດເມື່ອຮອດລະດັບລາຄາ.
5. ກວດສແບ ແລະ ປັບປ່ຽນ: ຈັບຕາເບິ່ງປະສິດຕິພາບຂອງ Bot ເທຣດ ແລະ ສະພາວະຕະຫຼາດ ທ່ານອາດຈະຕ້ອງປັບການຕັ້ງຄ່າ ຫຼື ຢຸດ Bot ຫາກສະພາວະຕະຫຼາດປ່ຽນແປງຢ່າງມີຄວາມສຳຄັນ ຫຼື ຫາກ Bot ບໍ່ໄດ້ເຮັດວຽກຕາມທີ່ຄາດໄວ້.
ກະລຸນາຈື່ໄວ້ວ່າການ ເທຣດ Futures ມີຄວາມສ່ຽງສູງ ໂດຍສະເພາະຢ່າງຍິ່ງເມື່ອໃຊ້ Leverage ສິ່ງສຳຄັນຄືຕ້ອງເຂົ້າໃຈກົນໄກການເທຣດ Futures ແລະ ການເທຣດແບບ Grid ຢ່າງເລິກເຊິງກ່ອນເຮັດການເທຣດໃດໆ ດ້ວຍການເທຣດ Futures Grid Bot ກວດສອບໃຫ້ແນ່ໃຈວ່າທ່ານລົງທຶນສະເພາະໃນຈຳນວນທີ່ທ່ານສາມາດຮັບຄວາມສູນເສຍໄດ້ ແລະ ຄວນພິຈາລະນາໃຊ້ກົນລະຍຸດການຈັດການຄວາມສ່ຽງເພື່ອປ້ອງກັນເງິນທຶນຂອງທ່ານ.
ຄຳຖາມທີ່ພົບຕະຫຼອດ:
ຖາມ: ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງທິດທາງ?
ຕອບ:
ເປັນກາງ: ເໝາະຢ່າງຍິງສຳລັບຕະຫຼາດທີ່ມີຂອບເຂດຈຳກັດ ທ່ານສາມາດສ້າງ Order ຊື້ ແລະ ຂາຍດ້ວຍການເທຣດ Futures Grid Bot ໂດຍບໍ່ຕ້ອງມີສະຖານະ.
Long: ເໝາຢ່າງຍິ່ງສຳລັບຕະຫຼາດກະທິງທີ່ມີແນວໂນ້ມ ແລະ ຜັນຜວນ ທ່ານສາມາດເປີດສະຖານະຊື້ດ້ວຍການເທຣດ Futures Grid Bot.
Short: ເໝາະຢ່າງຍິ່ງສຳລັບຕະຫຼາດໝີທີ່ມີແນວໂນ້ມ ແລະ ຜັນຜວນ ທ່ານສາມາດເປີດສະຖານະຂາຍດ້ວຍ Futures Grid Bot.
ຖາມ: ລາຄາກາງແມ່ນຫຍັງ?
ຕອບ: ລາຄາກາງຄຳນວນຈາກລາຄາສະເໜີຊື້ ແລະ ລາຄາສະເໜີຂາຍທີ່ດີທີ່ສຸດໂດຍ ຫາກໃນ Order Book ມີແຕ່ລາຄາສະເໜີ ຫຼື ລາຄາສະເໜີຂາຍ ລາຄາກາງຈະຖືກກຳນົດໂດຍການບວກ ຫຼື ລົບລາຄາ Tick ຈາກລາຄາສະເໜີຊື້ ຫຼື ລາຄາສະເໜີຂາຍທີ່ມີຢູ່.
ຖາມ: ຂ້ອຍຈະຕັ້ງຊ່ວງລາຄາໄດ້ແນວໃດ?
ຕອບ: ທ່ານສາມາດຕັ້ງຊ່ວງລາຄາໄດ້ໂດຍປ້ອນຕົວເລກ ຫຼື ເປີເຊັນສະເພາະສຳລັບຂໍ້ຈຳກັດລາຄາຕ່ຳສຸດ ແລະ ສູງສຸດ ຊ່ວງຕ່ຳສຸດຄືເປີເຊັນທີ່ຕ່ຳກວ່າລາຄາກາງ ໃນຂະນະທີ່ຊ່ວງສູງສຸດຄືເປີເຊັນທີ່ສູງກວ່າລາຄາກາງ.
ຖາມ: Margin ເລີ່ມຕົ້ນແມ່ນຫຍັງ?
ຕອບ: Margin ເລີ່ມຕົ້ນຄື Margin ລວມທີ່ທ່ານຕ້ອງການລົງທຶນໃນ Grid Bot ເຊິ່ງຈະຕ້ອງຫຼາຍກວ່າ ຫຼື ເທົ່າກັບ Margin ເລີ່ມຕົ້ນຂັ້ນຕ່ຳ.
ຖາມ: ຂ້ອຍຈະຕັ້ງເງື່ອນໄຂການ Stop ໄດ້ແນວໃດ?
ຕອບ: ທ່ານສາມາດກຳນົດເງື່ອນໄຂ Stop ໄດ້ໂດຍລະບຸຂໍ້ຈຳກັດລາຄາສູງສຸດ ແລະ ຕ່ຳສຸດ Bot ຈະປິດການໃຊ້ງານເມື່ອລາຄາຕະຫຼາດຮອດຂໍ້ຈຳກັດເຫຼົ່ານີ້ ທ່ານສາມາດເລືອກໄດ້ວ່າຈະໃຊ້ຂໍ້ຈຳກັດເຫຼົ່ານີ້ໂດຍໃຊ້ລາຄາທີ່ເຮັດເຄື່ອງໝາຍໄວ້ ຫຼື ລາຄາລ່າສຸດ.
ຖາມ:ຈະເກີດຫຍັງຂື້ນເມື່ອ Bot ຢຸດດຳເນີນການ?
ຕອບ: ເມື່ອ Bot ຢຸດດຳເນີນການ ທ່ານສາມາດເລືອກທີ່ຈະຍົກເລີກ Order ທັງໝົດ ປິດສະຖານະທັງໝົດ ຫຼື ທັງສອງຢ່າງຮ່ວມກັນ ໂດຍຄ່າເລີ່ມຕົ້ນ Order ທັງໝົດຈະຖືກຍົກເລີກ ແລະ ສະຖານະທັງໝົດຈະຖືກປິດເມື່ອຢຸດດຳເນີນການ.
ຖາມ: ກຳໄລ ແລະ ຂາດທຶນລວມ (P&L) ຄຳນວນແນວໃດ?
ຕອບ: ກຳໄລ ແລະ ຂາດທຶນ (P&L) ລວມ ຄືຜົນລວມຂອງກຳໄລ ແລະ ຂາດທຶນທີ່ຍັງບໍ່ເກີດຂຶ້ນ ໂດຍຜົນຕອບແທນຈາກການລົງທຶນ (ROI) ຄຳນວນຈາກກຳໄລ ແລະ ຂາດທຶນລວມຫານດ້ວຍ Margin ເລີ່ມຕົ້ນ.
ຖາມ: ຈະເກີດຫຍັງຂື້ນຖ້າຂ້ອຍວາງ Order ປ່ຽນແປງ ຫຼື ຍົກເລີກ Order ດ້ວຍຕົວເອງ?
ຕອບ: ຫາກທ່ານວາງ Order ປ່ຽນແປງ ຫຼື ຍົກເລີກ Order ດ້ວຍຕົນເອງໃນຂະນະທີ່ Bot ກຳລັງດຳເນີນການ Bot ຈະຖືກປິດໃຊ້ງານ.
ຖາມ: ຂ້ອຍສາມາດປ່ຽນໂໝດ Leverage ຫຼືກະເປົາໃນຂະນະທີ່ Bot ກຳລັງດຳເນີນການໄດ້ ຫຼື ບໍ່?
ຕອບ: ບໍ່ໄດ້, ທ່ານບໍ່ສາມາດປ່ຽນໂໝດ Leverage ຫຼືກະເປົາໃນຂະນະທີ່ Bot ກຳລັງດຳເນີນການໄດ້ ທ່ານຕ້ອງປິດການໃຊ້ງານ Bot ກ່ອນຈຶ່ງຈະເຮັດການປ່ຽນແປງໃດໆ ໄດ້.
ຖາມ: ຈະເກີດຫຍັງຂື້ນຫາກສະຖານະຂອງຂ້ອຍຖືກຊຳລະບັນຊີ ຫຼື ຢູ່ໃນລະຫວ່າງການຫຼຸດ Leverage ອັດຕະໂນມັດ ຫຼື Auto-Deleveraging (ADL)?
ຕອບ: ຫາກສະຖານະຂອງທ່ານຖືກຊຳລະບັນຊີ ຫຼື ຢູ່ໃນລະຫວ່າງການຫຼຸດ Leverage ອັດຕະໂນມັດ Bot ຈະຖືກປິດການໃຊ້ງານ ເມື່ອ Bot ປິດການໃຊ້ງານ ທ່ານຈະພົບສາເຫດຂອງການປິດການໃຊ້ງານໃນສະຖານະຂອງ Bot.
ຖາມ: Bot ຂອງຂ້ອຍອາດຈະຖືກປິດໃຊ້ງານພາຍໃຕ້ເງື່ອນໄຂໃດ?
ຕອບ:
-
Bot ອາດຈະຖືກປິດໃຊ້ງານຫາກມີເງິນຄົງເຫຼືອໃນບັນຊີບໍ່ພຽງພໍ.
-
ຫາກມີການຄວບຄຸມດ້ວຍຕົນເອງທີ່ກ່ຽວຂ້ອງກັບການປັບປ່ຽນຕະຫຼາດ ເຊັ່ນ ການເປີດ ຫຼື ການຍົກເລີກ ຫຼື ການແກ້ໄຂ Order Bot ຈະຖືກປິດການໃຊ້ງານ.
-
ຫາກລະບົບກົງຕາມເງື່ອນໄຂການຊຳລະບັນຊີ ແລະ ຍົກເລີກ Order ທີ່ເປີດຢູ່ Bot ອາດຈະຖືກປິດໃຊ້ງານ.
-
ຫາກເງື່ອນໄຂ Triggered ເກີດຂື້ນ — ໂດຍສະເພາະເມື່ອລາຄາຮອດລະດັບສູງສຸດ ຫຼື ຕ່ຳສຸດ Bot ອາດຖືກປິດໃຊ້ງານ.
-
The bot may also be deactivated if the position undergoes liquidation or Bot ອາດຈະຖືກປິດໃຊ້ງານເຊັ່ນກັນຫາກສະຖານນະຢູ່ໃນລະຫວ່າງການຊຳລະບັນຊີ ຫຼື ການຫຼຸດນີ້ອັດຕະໂນມັດ ຫຼື Auto-Deleveraging (ADL).
* ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມ, ກະລຸນາຕິດຕໍ່ພວກເຮົາທີ່ support@bitqik.com.
=======================================================
Grid Trading is a trading strategy used in the market where a trader places multiple buy and sell orders at different price levels within a predefined price range. This strategy aims to capitalize on the volatile and fluctuating nature of cryptocurrency prices, allowing traders to make profits from price movements in both upward and downward trends. Grid trading is a relatively automated and systematic approach, as it requires less manual intervention compared to other trading methods.
Here's how Crypto Grid Trading works:
-
Select a trading pair and price range: First, a trader selects a cryptocurrency trading pair (e.g. Bitcoin Perpetual) and defines a price range within which they expect the price to fluctuate. When setting a price range, it’s crucial for a trader to ground their range in reality - and do proper research on historical price movements, market conditions, and complete other technical analyses.
-
Divide the range into grids: The price range is divided into multiple equal intervals, called "grids." The number of grids is up to the trader, and can be changed to reflect trader preferences, risk tolerances, and desired granularity.
-
Place buy and sell orders: For each grid level, the trader places a limit buy order below the current price and a limit sell order above the current price. These orders are predefined by the trader and are placed automatically by the trading system or bot.
- Profit from price fluctuations: As the price of the cryptocurrency fluctuates within the desired range, the buy and sell orders are executed if and when their respective price levels are reached. If prices fluctuate according to the trader’s expectations, each executed order can generate a profit, as the buy orders are ideally lower than the sell orders.
Potential advantages of Crypto Grid Trading include:
-
Automation: Grid trading can be automated using trading bots, reducing the need for constant manual intervention and decision-making.
-
Profitability in different market conditions: Grid trading has the potential to generate profits in both upward and downward trends, making it usable across various market conditions.
-
Risk management: By placing multiple orders at different price levels, grid trading can help spread risk and reduce the impact of sudden price movements.
However, it's essential to note that Crypto Grid Trading also has limitations. If a strong trend appears in contradiction to the predetermined price range, the trader may face a risk of loss. Additionally, trading fees and slippage can reduce the profitability of the strategy. It's crucial for traders to carefully select their trading pair, price range, and grid intervals while also considering the associated risks and potential rewards.
-
Select trade direction: Choose the trade direction you want to use with the grid trading bot. The options are neutral, long, and short.
-
Select a trading pair: Choose the futures trading pair you want to trade with the grid trading bot. Commonly traded pairs include BTC-PERP, ETH-PERP, and LTC-PERP. Make sure you are familiar with all contract specifications, such as leverage, contract size, and expiry dates.
-
Configure bot settings: Customize settings for your Futures Grid Trading Bot. These settings typically include:
-
Price range: Define upper and lower price limits for your grid. This range should be based on your own market analysis and expectations of future price movements.
-
Grid levels: Specify the number of grid levels or intervals within your chosen price range. More levels will result in smaller price gaps between orders but may require more capital.
-
Initial margin: Set the initial margin for your grid strategy. This will determine the number of sizes or the amount of cryptocurrency you will trade at each grid.
-
Leverage: Choose the leverage you want to use for your futures trading. Higher leverage increases both your potential profit and your risk, so select this value carefully based on your risk tolerance and experience.
-
Advanced settings (optional): Set the out-of-range stop condition for your grid strategy. This feature can help you prevent loss if the market price fluctuates out of your predefined price range.
4. Activate the bot: Once you are satisfied with your settings, activate the Futures Grid Trading Bot. The bot will start placing buy and sell orders according to your configuration, and it will monitor the market to execute trades as price levels are reached.
5. Monitor and adjust: Keep an eye on the performance of your trading bot and the market conditions. You may need to adjust your settings or pause the bot if the market conditions change significantly or if the bot is not performing as expected.
Remember that trading futures involve significant risks, especially when using leverage. It’s crucial to thoroughly understand the mechanics of futures trading and grid trading before making any trades with a Futures Grid Trading Bot. Make sure to only invest what you can afford to lose and consider employing risk management strategies to protect your capital.
FAQ:
Q: What is the difference between the directions?
A:
Neutral: Ideal for range-bound markets. You can create buy and sell orders with a Futures Grid Trading Bot without a position.
Long: Ideal for trending and volatile bull markets. You can open a long position with a Futures Grid Trading Bot.
Short: Ideal for trending and volatile bear markets. You can open a short position with a Futures Grid Trading Bot.
Q: What is the mid price?
A: The mid price is calculated as the average of the best bid and ask prices. If only bid or ask prices are available in the order book, the mid price is determined by adding or subtracting the tick price from the available bid or ask price.
Q: How do I set a price range?
A: You can set the price range by entering a specific number or percentage for the lower and upper price limits. The lower range is a percentage below the mid price, while the upper range is a percentage above the mid price.
Q: What is the initial margin?
A: The initial margin is the total margin you want to invest in the grid bot. It must be greater than or equal to the minimum initial margin.
Q: How do I set stop conditions?
A: You can configure stop conditions by specifying the top and bottom price limits. The bot will deactivate when the market price reaches these limits. You can choose whether to trigger these limits by mark or last prices.
Q: What happens when the bot stops?
A: When the bot stops, you can choose to cancel all orders, close all positions, or a combination of both. By default, all orders are canceled, and all positions are closed upon a stop.
Q: How is the total Profit & Loss (P&L) calculated?
A: The total P&L is the sum of realized P&L and unrealized P&L, with the Return on Investment (ROI) calculated as the total P&L divided by the initial margin.
Q: What happens when I manually place, change, or cancel an order?
A: If you manually place, change, or cancel an order while the bot is running, the bot will be deactivated.
Q: Can I change my leverage or wallet mode while the bot is running?
A: No, you cannot change your leverage or wallet mode while the bot is running. You must first deactivate the bot to make any changes.
Q: What happens if my position is liquidated or undergoes Auto-Deleveraging (ADL)?
A: If your position is liquidated or undergoes an ADL, the bot will be deactivated. When the bot deactivates, you can find the cause of deactivation in the bot's status.
Q: Under what conditions might my bot be deactivated?
A:
-
The bot may be deactivated if there is an insufficient account balance.
-
If there is manual intervention involving market modifications, such as opening, canceling, or amending orders, the bot may be deactivated.
-
Should the system meet the liquidation threshold and subsequently cancel open orders, the bot may be deactivated.
-
If the exit condition is triggered — specifically when the price hits the upper or lower limit — the bot could be deactivated.
-
The bot may also be deactivated if the position undergoes liquidation or Auto-Deleveraging (ADL).
* If you need further help, please reach out to us at support@bitqik.com.