[English below]
ໃນກໍລະນີທີ່ທ່ານພົບບັນຫາການເຂົ້າໃຊ້ງານ Website ແລະ Application ຂອງ bitqik ທາງເຮົາຂໍແນະນຳວິທີການແກ້ໄຂປັນຫາເບື້ອງຕົ້ນ ດັ່ງນີ້:
1. ລ້າງ cache ແລະ cookies.
ເມື່ອທ່ານໃຊ້ງານ Browser ເຊັ່ນ: Google Chrome browser ຈະບັນທຶກຂໍ້ມູນບາງຢ່າງຈາກ Website ໃນ cache ແລະ cookies ການລ້າງ cache ຈະຊ່ວຍແກ້ບັນຫາບາງຢ່າງ ເຊັ່ນ: ການໂຫຼດ ຫຼື ການຈັດຮູບແບບໃນ Website ສາມາດເບີ່ງວິທີການລ້າງ cache ແລະ cookies ໄດ້ຕາມ browser ຂອງທ່ານ ດັ່ງຕໍ່ໄປນີ້:
ຖ້າຫາກທ່ານໃຊ້ງານ Website ແລະ Application ຂອງ bitqik ບໍ່ໄດ້ກະລຸນາກວດສອບວ່າທ່ານເຊື່ອມຕໍ່ກັບຜູ້ໃຫ້ບໍລິການອິນເຕີເນັດຂອງທ່ານແລ້ວ. ຖ້າທ່ານມີເຄືອຂ່າຍອິນເຕີເນັດຫຼາຍກວ່າໜຶ່ງເຄືອຂ່າຍ, ແນະນຳໃຫ້ເຊື່ອມຕໍ່ກັບເຄື່ອຂ່າຍອິນເຕີເນັດທີ່ສະຖຽນທີ່ສຸດ, ນອກຈາກນີ້ທ່ານສາມາດສະລັບສັນຍານການເຊື່ອມຕໍ່ຈາກ Wifi ເປັນ Cellular Data ( ຫຼື ຈາກ Cellular Data ເປັນ Wifi ) ໄດ້ອີກດ້ວຍ.
ບາງຄັ້ງ browser ອາດເກີດບັນຫາຄວາມຜິດພາດທາງດ້ານເຕັກນິກ. ຊຶ່ງສົ່ງຜົນຕໍ່ການສະແດງຜົນ ແລະ ການເຂົ້າໃຊ້ງານ. ດັ່ງນັ້ນທາງເຮົາຂໍແນະນໍາໃຫ້ທ່ານລອງປ່ຽນ browser ໃນການເຂົ້າໃຊ້ງານ. ໂດຍ browser ທີ່ເວັບໄຊທ໌ bitqik ຮອງຮັບປະກອບມີ Internet Explorer, Safari, Mozilla Firefox ແລະ Google Chrome, ເຊິ່ງເປັນ browser ທີ່ຮອງຮັບການສະແດງຜົນຂອງເວັບໄຊທ໌ bitqik ໄດ້ຢ່າງມີປະສິດທິພາບ
ການຕິດຕັ້ງ Application ທີ່ສົມບູນແມ່ນມີຄວາມສໍາຄັນຫຼາຍຕໍ່ການເຮັດວຽກຢ່າງມີປະສິດທິພາບສູງສຸດຂອງ Application ເຊິ່ງສາມາດເຮັດໄດ້ໂດຍການລົບ Application ອອກ ແລະ ຕິດຕັ້ງໃໝ່ອີກຄັ້ງ ເນື່ອງຈາກວ່າໃນຂະນະທີ່ທ່ານດາວໂຫຼດ ຖ້າການເຊື່ອມຕໍ່ອິນເຕີເນັດຂອງທ່ານບໍ່ສະຖຽນຈະສົ່ງຜົນໃຫ້ການດາວໂຫຼດ Application ບໍ່ສົມບູນ ທັງນີ້ເຮົາບໍ່ແນະນໍາໃຫ້ທ່ານລົບ Google Authenticator Application ຖ້າບໍ່ຈໍາເປັນ, ເນື່ອງຈາກວ່າທ່ານຈະບໍ່ສາມາດເຂົ້າໃຊ້ງານ bitqik ໄດ້, ໃນກໍລະນີທີ່ທ່ານລົບ Application ດັ່ງກ່າວ
ທ່ານສາມາດເບິ່ງວິທີການອັບເດດໄດ້ຕາມ browser ແລະ ລະບົບປະຕິບັດການທີ່ທ່ານໃຊ້ງານໄດ້ດັ່ງນີ້:
ອັບເດດ Google Chrome
ອັບເດດ Safari
ຖ້າຫາກທ່ານພົບບັນຫາການນໍາໃຊ້ໜຶ່ງໃນຮູບແບບໃດໜຶ່ງໃຫ້ທ່ານລອງສະຫຼັບການໃຊ້ງານເຊັ່ນ: ປ່ຽນການໃຊ້ງານຜ່ານ Application ເປັນການໃຊ້ງານຜ່ານ Website ຫຼື ປ່ຽນການເຂົ້າໃຊ້ງານຜ່ານ Website ເປັນການໃຊ້ງານຜ່ານ Application.
ໃນກໍລະນີທີ່ແກ້ໄຂບັນຫາຂ້າງຕົ້ນດ້ວຍຕົນເອງແລ້ວ ແຕ່ຍັງບໍ່ສາມາດເຂົ້າໃຊ້ງານ Website ແລະ Application ຂອງ bitqik ໄດ້, ທ່ານສາມາດກວດສອບລາຄາຫຼຽນນະປະຈຸບັນໃນຕະຫຼາດ bitqik ໄດ້ໃນ Tradingview Website, ທ່ານສາມາດຄົ້ນຫາຄູ່ຫຼຽນໂດຍການໃສ່ຕົວຫຍໍ້ຂອງຫຼຽນທີ່ທ່ານຕ້ອງການຄົ້ນຫາໃນປ່ອງຊອກຫາ ເຊັ່ນ: BTCUSDT.
**ຫາກມີຂໍ້ສົງໃສ ຫຼື ຕ້ອງການສອບຖາມຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ເຮົາ bitqik Exchange
ເວັບໄຊ: bitqik.com
ຕິດຕໍ່ເຮົາ: bitqik Support Center
------------------------------------------------------------------------------------------------------
2. Check your internet connection.
If you cannot enter the website or the application, check if your device's cellular is enabled If you have more than one Internet network, please connect to the most stable internet signal and then can switching the network connection from WiFi to cellular (or cellular to WiFi).
6. Change from using an Application to a browser, and vice versa.
bitqik crypto market by going to the website trading view where you can pair up the coin price by specifying the abbreviation of the currency you want and followed by the currency such as BTCTHB.
**For questions and inquiries, please feel free to contact us bitqik Exchange
Website:bitqik.com
Contact us:bitqik Support Center