[English below]
Two-Factor Authentication (2FA ຫຼື TFA) ຫຼື ການຢືນຢັນ 2 ຂັ້ນຕອນເປັນຂັ້ນຕອນເພີ່ມຄວາມປອດໄພເອີ້ນວ່າ "ການກວດສອບຫຼາຍປັດໃຈ" ທີ່ການຈະເຂົ້າເຖິງຂໍ້ມູນຈຳເປັນຕ້ອງໃຊ້ຫຼາຍກວ່າ User ແລະ ລະຫັດເຊັ່ນ: ຂໍ້ມູນສະເພາະ ທີ່ຈະມີແຕ່ເຈົ້າຂອງບັນຊີເທົ່ານັ້ນທີ່ຮູ້ລະຫັດຜ່ານພິເສດທີ່ຈະປ່ຽນເອງທຸກນາທີ ເປັນຕົ້ນ.
ໃນການເປີດ 2FA ການຢືນຢັນໂຕເອງ 2 ລະດັບ ຈະຊ່ວຍເພີ່ມລະດັບຄວາມປອດໄພຂັ້ນທີ 2 ໃຫ້ກັບບັນຊີຂອງທ່ານເວລາ Login ປ່ຽນລະຫັດ ຊື້-ຂາຍ ຖອນເງີນ ລະບົບນີ້ຈະຊ່ວຍປ້ອງກັນຄົນອື່ນໆ ທີ່ມີ Email/ລະຫັດຜ່ານຂອງທ່ານ.
Authenticator application ຈະສະແດງລະຫັດຜ່ານ 6 ຫຼັກ ເຊີ່ງຈະຖືກປ່ຽນໃໝ່ທຸກໆ 1 ນາທີ ໂດຍໃຊ້ລະບົບ Time-based One-Time Password algorithm (TOTP) ແລະ HMAC-based One-Time Password algorithm (HOTP)
*ຫາກຕິດຕັ້ງ 2FA ແລ້ວ ທ່ານບໍ່ຄວນລົບ Authenticator application ໂດຍບໍ່ຈຳເປັນ ບໍ່ສະນັ້ນລະຫັດ 2FA ອາດຈະສູນຫາຍ ແລະ ທ່ານຈະຕ້ອງເຮັດຕາມຂັ້ນຕອນຕາມ ລີ້ງນີ້ ເພື່ອຂໍປິດກັບ 2FA
**ຫາກມີຂໍ້ສົງໃສ ຫຼື ຕ້ອງການສອບຖາມຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ເຮົາ bitqik Exchange
ເວັບໄຊ: bitqik.com
ຕິດຕໍ່ເຮົາ: bitqik Support Center
========================================================