[Engish below]
ການຂາຍຫຼຽນ USDT ຜ່ານ bitqik website ສາມາດເຮັດໄດ້ຕາມຂັ້ນຕອນດັ່ງນີ້ :
1. ລົງຊື່ເຂົ້າໃຊ້ງານບັນຊີຂອງທ່ານໃນເວບໄຊ www.bitqik.com
2. ກົດທີ່ປຸ່ມ "Buy/Sell Crypto" ຕາມແຖບເມນູດ້ານເທິງ.
3. ກົດໄປທີ່ "ຂາຍ Crypto"
*ໝາຍເຫດ ທ່ານສາມາດຖອນເປັນເງິນສົດໄດ້ສະເພາະຫຼຽນ USDT ເທົ່ານັ້ນ.
A. ໃສ່ຈຳນວນ USDT ທີ່ທ່ານຕ້ອງການຈະຂາຍ.
B. ຈຳນວນເງິນທີ່ທ່ານຈະໄດ້ຮັບຈາກການຂາຍຫຼຽນ USDT (ທ່ານສາມາດຂາຍເປັນສະກຸນ ກີບ, ແລະ ໂດລາ)
C. ເລືອກທະນາຄານ (ໃນປັດຈຸບັນຍັງມີພຽງແຕ່ ທະນາຄານຮ່ວມພັດທະນາ ຫຼື JDB ທີ່ເຮັດການຝາກຖອນໄດ້ ແລະ ໃນອານາຄົດຈະມີການເພີ່ມທະນາຄານຕ່າງໆເຂົ້າມາເພີ່ມເພື່ອຄວາມສະດວກຂອງລູກຄ້າ).
D. ເລືອກສະກຸນເງິນຂອງບັນຊີທີ່ທ່ານໄດ້ເຮັດການຜູກກັບ bitqik ໄວ້.
*ກົດຍອມຮັບເງື່ອນໄຂຂອງທາງບໍລິສັດ ແລະ ກົດ "ຂາຍ USDT".
4. ຫຼັງຈາກນັ້ນຈະມີໜ້າດັ່ງຕໍ່ໄປນີ້ປາກົດຂຶ້ນມາເພື່ອໃຫ້ທ່ານກວດສອບຂໍ້ມູນລາຍລະອຽດກ່ອນກົດຖອນ.
5. ໃສ່ລະຫັດທີ່ທາງລະບົບສົ່ງໃຫ້ທ່ານທາງອີເມວ ແລະ ລະຫັດສອງຊັ້ນ 2FA (ຫາກທ່ານມີການເປີດໃຊ້ງານຟັງຊັນ2FA) ແລ້ວກົດທີ່ "ຍືນຍັນ".
6. ຫຼັງຈາກກົດ "ຍືນຍັນ" ລໍຖ້າການອະນຸດມັດຈາກລະບົບພາຍໃນ 24-48ຊົ່ວໂມງໃນມື້ລັດຖະການ.
**ຫາກມີຂໍ້ສົງໃສ ຫຼື ຕ້ອງການສອບຖາມຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ເຮົາ bitqik Exchange
ເວັບໄຊ: bitqik.com
ຕິດຕໍ່ເຮົາ: bitqik Support Center
====================================================================
To make a withdrawal from the web version, please follow the steps below:
1. Login to your bitqik account.
2. Click on the "Buy/Sell Crypto"
3. Click on "Sell Crypto"
A. Enter the amount of USDT you want to sell.
B. The amount you will receive from selling USDT (you can sell for kip and dollars)
C. Select Bank (Currently only JDB or Joint Development Bank can deposit and withdraw funds. and in the future will add other banks for the convenience of customers)
D. Select the account you linked with bitqik.
*Click to accept the company's terms and conditions and then click "Sell USDT"
4. There will be a pop-up window informing you to receive the withdrawal confirmation detail.
5. The system will generate a password sent to you via Email, and your 2FA code ( if you have 2FA active ).
6. Your withdrawal will be processed within 24 - 48 hours in business days.
**For questions and inquiries, please feel free to contact us bitqik Exchange
Website: bitqik.com
Contact us: bitqik Support Center