Skip to main content

ການສ້າງລາຍໄດ້ອັດຕະໂນມັດ/Auto-Earn

cs01
cs01
  • Updated

[English below]

 

ການສ້າງລາຍໄດ້ອັດຕະໂນມັດ

ການສ້າງລາຍໄດ້ອັດຕະໂນມັດແມ່ນຫຍັງ?

 

ການສ້າງລາຍໄດ້ອັດຕະໂນມັດ ເປັນບໍລິການທີ່ສະດວກເຊິງອອກແບບມາເພື່ອຈັດສັນຊັບສິນທີ່ບໍ່ໄດ້ໃຊ້ງານຂອງທ່ານໄປຍັງຜະລິດຕະພັນການອອມແບບຍືດຫຍຸ່ນຂອງ bitqik ໂດຍອັດຕະໂນມັດ ເມື່ອເປີດໃຊ້ງານລະບົບນີ້ ທ່ານສາມາດເລືອກຫຼຽນທີ່ຕ້ອງການລົງທືນໄດ້ ຈາກນັ້ນຊັບສິນທີ່ທ່ານເລືອກຈະຖືກນຳໄປລົງທືນໃນການອອມແບບຍືດຫຍຸ່ນໂດຍອັດຕະໂນມັດ ເຊີງຈະສ້າງຜົນຕອບແທນໃຫ້ກັບທ່ານ ບໍ່ພຽງແຕ່ຊັບສິນຂອງທ່ານຈະສາມາດເຮັດວຽກໄດ້ ແຕ່ຍັງຊ່ວຍໃຫ້ຊັບສິນຂອງທ່ານພ້ອມສຳລັບການຖອນອອກຕາມການຕັດສິນໃຈຂອງທ່ານອີກດ້ວຍ. 

 

ໂດຍພື້ນຖານແລ້ວ, ການສ້າງລາຍໄດ້ອັດຕະໂນມັດນັ້ນ ນຳໃຊ້ສະເພາະກັບຫຼຽນທີ່ທ່ານກຳນົດສຳລັບລະບົບນີ້.

 

ກຳນົດການສະໝັກສະມາຊິກ ແລະ ການແລກຮັບສິດອັດຕະໂນມັດແມ່ນຫຍັງ?

 

ເວລາສະໝັກສະມາຊິກອັດຕະໂນມັດ: 4:00 ໂມງ ທຸກມື້

ເວລາແລກຮັບ: ຕະຫຼອດເວລາ

 

ຫຼຽນໃດແນ່ທີ່ມີສິດໃຊ້ງານລະບົບການສ້າງລາຍໄດ້ອັດຕະໂນມັດ?

 

ການສ້າງລາຍໄດ້ອັດຕະໂນມັດຮອງຮັບຫຼຽນຫຼາກຫຼາຍຊະນິດເພື່ອຄວາມສະດວກຂອງທ່ານ, ຮ່ວມເຖິງ USDT, FDUSD, USDC, USDP, DAI, TUSD, BTC, ETH, ແລະ USDD. ເລືອກຫຼຽນເຫຼົ່ານີ້ເພື່ອເພີ່ມສິນຊັບຂອງທ່ານໂດຍອັດຕະໂນມັດດ້ວຍຕົວເລືອກການອອມແບບຍືດຫຍຸ່ນຂອງເຮົາ.

 

ຂ້ອຍຈະເປີດໃຊ້ງານການສ້າງລາຍໄດ້ອັດຕະໂນມັດໄດ້ແນວໃດ?

 

1. ເຂົ້າສູ່ລະບົບເວັບໄຊ bitqik ຂອງທ່ານແລ້ວໄປທີ່ [Wallets] - [Earn]. ກົດ [Auto-Earn Now].

2. ອ່ານ ແລະ ຍອມຮັບຂໍ້ຕົກລົງໃນການໃຫ້ບໍລິການແລ້ວກົດ [Start Now].

 

3. ເມື່ອເປີດໃຊ້ງານແລ້ວ ລະບົບການສ້າງລາຍໄດ້ອັດຕະໂນມັດຈະເປີດໃຊ້ການອັດຕະໂນມັດສຳລັບສະກຸນເງິນທີ່ເຂົ້າເງື່ອນໄຂທັງໝົດ, ຮ່ວມເຖິງ USDT, FDUSD, USDC, USDP, DAI, TUSD, BTC, ETH, ແລະ USDD. ທ່ານສາມາດຕັ້ງຄ່າສະລັບແຍກສຳລັບແຕ່ລະສະກຸນເງິນໄດ້.

 

ຂ້ອຍຈະຈັດການສ້າງລາຍໄດ້ອັດຕະໂນມັດໄດ້ແນວໃດ?

 

ໃນການຈັດການການສ້າງລາຍໄດ້ອັດຕະໂນມັດ ທ່ານສາມາດເລືອກເປີດໃຊ້ງານສຳລັບສະກຸນເງິນທີ່ຮອງຮັບທັງໝົດໄດ້ໂດຍເລືອກ "ເປີດໃຊ້ງານສຳລັບຊັບສິນ" ນອກຈາກນີ້ ທ່ານສາມາດເປີດ ຫຼື ປິດການສ້າງລາຍໄດ້ອັດຕະໂນມັດສຳລັບແຕ່ລະສະກຸນເງິນໄດ້ຕາມຕ້ອງການ ທ່ານຕ້ອງປິດການໃຊ້ງານການສ້າງລາຍໄດ້ອັດຕະໂນມັດເພື່ອເທຣດ, ຖອນ ຫຼື ໂອນຊັບສິນເຫຼົ່ານີ້.

 

ຫາກຕ້ອງການຄວບຄຸມແບບສະເພາະບຸກຄົນຫຼາຍຂື້ນ ທ່ານສາມາດລະບຸເກນປະລິມານຂັ້ນຕ່ຳສຳລັບແຕ່ລະສະກຸນເງິນໄດ້ ລະບົບຈະເປີດໃຊ້ງານການສ້າງລາຍໄດ້ອັດຕະໂນມັດເມື່ອຍອດຄົງເຫຼື່ອຂອງທ່ານເກີນເກນທີ່ກຳນົດໄວ້ເທົ່ານັ້ນ ເພື່ອໃຫ້ແນ່ໃຈວ່າຈະລົງທຶນສະເພາະສ່ວນເກີນໃນຜະລິດຕະພັນການອອມຊັບສິນແບບຍືດຫຍຸ່ນທີ່ກ່ຽວຂ້ອງເທົ່ານັ້ນ.

 

* ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມ, ກະລຸນາຕິດຕໍ່ພວກເຮົາທີ່ support@bitqik.com.

==================================================================

 

Auto-Earn

What is Auto-Earn?

 

Auto-Earn is a convenient service designed to automatically allocate your idle assets to bitqik's Flexible Savings products. By activating this feature, you can choose specific coins for investment. Your selected assets will then be seamlessly invested into Flexible Savings, where they will generate yields. This not only allows your assets to work for you but also ensures they remain readily accessible for withdrawal at your discretion.

 

Essentially, Auto-Earn applies exclusively to the coins you designate for the feature.

 

What is the schedule for Auto-Earn subscriptions and redemptions?

 

Auto-Subscription Time: 4PM Daily

Redemption Time: Anytime

 

Which coins are eligible for the Auto-Earn feature?

 

Auto-Earn supports a variety of coins for your convenience, including USDT, FDUSD, USDC, USDP, DAI, TUSD, BTC, ETH, and USDD. Select any of these to automatically grow your assets with our Flexible Savings options.

 

How do I activate Auto-Earn?

 

1. Log in to your bitqik website and navigate to [Wallets] - [Earn]. Tap [Auto-Earn Now].

 

2. Read and agree to the Service Agreement and tap [Start Now].

 

3. Upon activation, the Auto-Earn function will be automatically enabled for all eligible currencies, including USDT, FDUSD, USDC, USDP, DAI, TUSD, BTC, ETH, and USDD. You can set individual switches for each currency.

 

How do I manage Auto-Earn?

 

To manage Auto-Earn, you can opt to activate it for all supported currencies by selecting "Enable for Asset." Additionally, you have the flexibility to toggle Auto-Earn on or off for each individual currency as needed. You have to disable Auto-Earn in order to trade, withdraw, or transfer these assets.

 

For more personalized control, you can specify a minimum quantity threshold for each currency. Auto-Earn will only engage when your available balance surpasses this set threshold, ensuring only the excess is invested in the respective flexible savings product.

 

* If you need further help, please reach out to us at support@bitqik.com.

Was this article helpful?