[English below]
ຫຼັກປະກັນຫຼາຍສິນຊັບແມ່ນຫຍັງ?
ຫຼັກປະກັນຫຼາຍສິນຊັບ ຊ່ວຍໃຫ້ທ່ານສາມາດໃຊ້ສິນຊັບທັງແບບ ສະກຸນເງິນ ແລະ ສະກຸນເງິນດິຈິຕອລ ເປັນຫຼັກປະກັນ Margin ສຳລັບການເທຣດ Futures ເຮັດໃຫ້ທ່ານມີຄວາມຍຶດຍຸ່ນຫຼາຍຂື້ນ ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງໃນຊ່ວງທີ່ຕະຫຼາດຜັນຜວນ ແລະ ເຮັດໃຫ້ຜູ້ໃຊ້ບໍ່ຈຳເປັນຕ້ອງປ່ຽນສິນຊັບເປັນສະກຸນເງິນຕ່າງໆ ສຳລັບ Margin ຢູ່ຕະຫຼອດເວລາ.
ການຄຳນວນ Margin ຂອງສິນຊັບດິຈິຕອລ
bitqik ຄຳນວນຄ່າ Margin USDT ຂອງສະກຸນເງິນດິຈິຕອລຂອງທ່ານໂດຍອ້າງອີງຈາກລາຄາຕະຫຼາດສະເລ່ຍຈາກການແລກປ່ຽນຫຼັກ ປັບຕາມສະພາບຄ່ອງຂອງຕະຫຼາດ ແລະ ຄວາມສ່ຽງ.
-
ລາຄາສະເລ່ຍຂອງຕະຫຼາດຈະໄດ້ຮັບການອັບເດດຕະຫຼອດ ດັ່ງນັ້ນທ່ານອາດຈະເຫັນຍອດຄົງເຫຼືອໃນບັນຊີ Margin ຂອງທ່ານປ່ຽນແປງຢ່າງວ່ອງໄວ.
-
ອັດຕາສ່ວນຫຼັກປະກັນ (Haircut), ເຊິ່ງສາມາດຫຼຸດມູນຄ່າປ່ຽນແປງ USDT ລົງໄດ້ 0% - 50% ອາດຈະແຕກຕ່າງກັນໄປຂື້ນຢູ່ກັບຄວາມຜັນຜວນຂອງຕະຫຼາດ.
*ອັດຕາສ່ວນຫຼັກປະກັນ (Haircut) ອາດຈະມີການປ່ຽນແປງ ຂື້ນຢູ່ກັບຄວາມຜັນຜວນຂອງຕະຫຼາດ.
ຫາກທ່ານມີສິນຊັບຫຼາຍປະເພດໃນກະເປົາ Futures ຂອງທ່ານ:
-
ການສູນເສຍທີ່ເກີດຂື້ນແທ້ (ການສູນເສຍເທື່ອສຸດທ້າຍ) ຂອງສະຖານະຈະຖືກຫັກອອກຕາມປັດໄຈຕ່າງໆ ເຊັ່ນ ສະພາບຄ່ອງຂອງສິນຊັບ ຄວາມສ່ຽງ ແລະ ເຫດຜົນອື່ນໆ ໂດຍທົ່ວໄປ ການຫັກອອກຈະເຮັດເປັນ USDT ກ່ອນ.
-
ກຳໄລ ແລະ ຂາດທືນທີ່ເກີດຂື້ນແທ້ (ກຳໄລ ແລະ ຂາດທືນ) ຈະຖືກຄຳນວນຕາມສະກຸນເງິນທີ່ໃຊ້ຊຳລະທີ່ທ່ານເລືອກ ໂດຍຄ່າເລີ່ມຕົ້ນແມ່ນ USDT.
-
ຫາກທ່ານເລືອກ USDT ເປັນສະກຸນເງິນທີ່ໃຊ້ໃນການຊຳລະ ກຳໄລຂາດທຶນຂອງທ່ານຈະຖືກຊຳລະເປັນ USDT
-
ເມື່ອທ່ານເລືອກໂທເຄັນອື່ນເປັນສະກຸນເງິນທີ່ໃຊ້ຊຳລະ:
ຈຳນວນກຳໄລ/ຂາດທືນຂອງໂທເຄັນທີ່ທ່ານໃຊ້ຊຳລະ = ມູນຄ່າ USDT ຂອງກຳໄລຂາດທຶນທີ່ເກີດຂື້ນແທ້/ [ລາຄາກາງສະພາບຄ່ອງສະເລ່ຍ x(1+ເປີເຊັນການຫັກຫຼຸດ)
ຕົວຢ່າງ: ເມື່ອເປີດສະຖານະດ້ວຍກຳໄລຂາດທຶນທີ່ເກີດຂື້ນທີ່ເກີດຂື້ນແທ້ 1000 USDT ໂດຍເລືອກ BTC ເປັນສະກຸນເງິນທີ່ໃຊ້ໃນການຊຳລະ ແລະ ລາຄາກາງສະພາບຄ່ອງຂອງ BTC ຄື 40,000 USDT ກຳໄລຂາດທຶນໃນ BTC ຈະເທົ່າກັບ 1000 / [40000 x (1 + 1%)] = 0.02475248 BTC.
ການຄຳນວນ Margin ຂອງສະກຸນເງິນຕາ
ສຳລັບ Margin ຂອງສະກຸນເງິນຕາ ກ່ອນອື່ນ ເຮົາຈະປ່ຽນຍອດຄົງເຫຼືອເງິນຕາຂອງທ່ານເປັນມູນຄ່າ Margin ຂອງ USD ໂດຍໃຊ້ອັດຕາແລກປ່ຽນ "ຊື່ຂອງລູກຄ້າ (USD)" ປັດຈຸບັນເຊິ່ງໄດ້ພົບໃນໜ້າອັດຕາແລກປ່ຽນ ຈາກນັ້ນເຮົາຈະໃຊ້ອັດຕາແລກປ່ຽນ USDT/USD ປັດຈຸບັນເພື່ອຄຳນວນມູນຄ່າ Margin ຂອງ USDT ອັດຕາແລກປ່ຽນຫຼັງຈາກນີ້ກຳນົດໂດຍອັດຕາທີ່ໃຊ້ໂດຍແລກປ່ຽນຫຼັກອື່ນໆ ອັດຕາແລກປ່ຽນທັງໝົດຈະໄດ້ຮັບການອັບເດດຫຼາຍຄັ້ງຕໍ່ວັນ ສຳລັບອັດຕາແລກປ່ຽນລ່າສຸດ ກະລຸນາເບິ່ງທີ່ໜ້າອັດຕາແລກປ່ຽນ.
ຕົວຢ່າງ: ຫາກທ່ານໃຊ້ 1000 AED ເປັນ Margin ເມື່ອອັດຕາແລກປ່ຽນຊື້ຂອງລູກຄ້າຄື 1AED:3.6840 USD (ເບິ່ງທີ່ຕາຕະລາງດ້ານລຸ່ມ) ແລະ ອັດຕາແລກປ່ຽນ USDT/USD ຄື 1:1 ມູນຄ່າ Margin USDT = 1000 / 3.6840 / 1 = 271.44 USDT.
ວິທີການນຳໃຊ້ຫຼັກປະກັນຫຼາຍສິນຊັບ
ຫາກຕ້ອງການໃຊ້ຫຼັກປະກັນຫຼາຍສິນຊັບ ໃຫ້ໂອນສິນຊັບຈາກກະເປົາ Spot ໄປຍັງກະເປົາ Futures ໂດຍກົດປຸ່ມ "ໂອນ(Tranfer)" ເທິງໜ້າກະເປົາສຳລັບຄຳແນະນຳໂດຍລະອຽດ ກະລຸນາໄປທີ່ໜ້າຄຳຖາມທີ່ພົບຕະຫຼອດ ສຳລັບລາຍລະອຽດເພີ່ມຕື່ມ ກະລຸນາເບິ່ງທີ່ຫົວຂໍ້ຄຳຖາມທີ່ພົບຕະຫຼອດ.
================================================================
What is Multi-Asset Collateral?
Multi-asset collateral enables you to use both fiat and cryptocurrency assets as margin collateral for futures trading, giving you more flexibility. This reduces risk during volatile markets, and makes it so users don’t have to constantly convert assets into different currencies for margin.
Crypto Asset Margin Calculation
bitqik calculates the USDT margin value of your cryptocurrencies based on average spot prices from major exchanges, adjusted for market liquidity and risk.
-
Average spot prices are updated frequently, so you may see your margin balance change rapidly.
-
Collateral Ratios (Haircut), which can reduce the USDT conversion value by 0% - 50%, can vary with market volatility.
*Collateral Ratios (Haircut) are subject to change, depending on market volatility.
When you have multiple types of assets in your futures wallet:
-
The Realized Loss (the final loss) of the position will be deducted according to factors such as the assets’ liquidity, risk and other reasons. Typically, deductions are first made in USDT.
-
The Realized P&L (profit and loss) will be calculated based on the settlement currency you choose, with USDT being the default.
-
If you choose USDT as your settlement currency, your P&L will be settled in USDT
-
When you choose other tokens as your settlement currency:
The Profit/Loss amount of the token you settle in = USDT Value of Realized PnL / [Average Spot Liquidity Mid Price x (1 + Haircut%)]
Example: When a position is closed with a realized P&L of 1,000 USDT with BTC chosen as the settlement currency, and the liquidity mid price of BTC is 40,000 USDT, the P&L in BTC will be 1000 / [40000 x (1 + 1%)] = 0.02475248 BTC
Fiat Margin Calculation
For fiat margin, we first convert your fiat balance to a USD margin value using the current “Client Buy (USD)” exchange rate found on the Exchange Rate Page; we then use the current USDT/USD exchange rate to arrive at a USDT margin value. The latter exchange rate is determined by rates utilized by other major exchanges. All the exchange rates will be updated multiple times per day. For the latest exchange rates, please refer to the Exchange Rate Page.
Example: If you use 1000 AED as margin when the Client Buy exchange rate is 1AED:3.6840 USD (see table below), and the USDT/USD exchange rate is 1:1, your USDT margin value = 1000 / 3.6840 / 1 = 271.44 USDT.
How to Use Multi-Asset Collateral
To use multi-asset collateral, transfer assets from your Spot to Futures wallet by clicking the 'Transfer' button on the wallet page. For detailed instructions, visit the FAQ page. For more details, please refer to this FAQ page.
