[English below]
bitqik ຈະສື່ສານກັບໂຄງການທີ່ຈົດທະບຽນເປັນປະຈຳເພື່ອໃຫ້ແນ່ໃຈວ່າຜູ້ໃຊ້ສາມາດເຂົ້າເຖິງໂຄງການທີ່ມີຄຸນນະພາບສູງໃນລະບົບນິເວດ ໂຄງການທີ່ບໍ່ປະຕິບັດຕາມມາດຕະຖານຈະຖືກຖອດອອກຈາກລາຍການຊື້ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ໃຊ້
1. bitqik ປະເມີນໂຄງການທີ່ຈົດທະບຽນໃນຕະຫຼາດແນວໃດ?
ສື່ສານກັບໂຄງການທີ່ຈົດທະບຽນໃນຕະຫຼາດເປັນປະຈຳເພື່ອເຮັດຄວາມເຂົ້າໃຈເຖິງຄວາມຄືບໜ້າ ແລະ ການພັດທະນາ ປັດໃຈທີ່ປະເມີນ ໄດ້ແກ່ ແຜນງານຜະລິດຕະພັນຂອງໂຄງການ ທີມຜູ້ບໍລິຫານ ເປັນຕົ້ນ ເຊິ່ງຮ່ວມເຖິງການປ່ຽນແປງທັງໃນດ້ານບວກ ແລະ ດ້ານລົບ ເຊັ່ນ ການບຽງເບນທີ່ບໍ່ຄາດຄິດຈາກແຜນກ່ອນໜ້ານີ້.
ໃນຊ່ວງເຫດການສຳຄັນໃນຕະຫຼາດ bitqik ຈະກວດສອບໂຄງການຕ່າງໆ ເພື່ອເຮັດຄວາມເຂົ້າໃຈວ່າໂຄງການທີ່ໄດ້ຮັບຜົນກະທົບແນວໃດ ຫາກໂຄງການປະສົບເຫດການສຳຄັນ (ເຊັ່ນ ໂຄງການທີ່ຖືກແຮັກ) bitqik ຈະຕິດຕໍ່ກັບເພື່ອເບິ່ງວ່າຈຳເປັນຕ້ອງຮັບການສະໜັບສະໜູນຫຼືບໍ່ ຫຼັງຈາກນັ້ນ bitqik ຈະກວດສອບຂັ້ນຕອນກາຈັດການເຫດການຂອງໂຄງການ ແລະ ປະເມີນວ່າໄດ້ນຳມາດຕະການທີ່ເໝາະສົມມາໃຊ້ເພື່ອປ້ອງກັນເຫດການທີ່ຄ້າຍກັນໃນອານາຄົດຫຼືບໍ່.
ທີ່ bitqik ເຮົາໃຫ້ຄວາມສຳຄັນກັບຂໍ້ສະເໜີແນະ ແລະ ຂໍ້ສະເໜີແນະຈາກຜູ້ໃຊ້ ນອກຈາກເກນການພິຈາລະນາຂ້າງຕົ້ນແລ້ວ ເຮົາຍັງຈະເຮັດການປະເມິນວ່າໂຄງການທີ່ໄດ້ຮັບການຮ້ອງຮຽນຈຳນວນຫຼາຍເກີນໄປຕາມເກນການລົງລາຍການຂອງເຮົາຫຼືບໍ່.
2. bitqik ພິຈາລະນາຫຍັງແນ່ກ່ອນຈະຍົກເລີກໂຄງການ/ໂທເຄັນ "token"?
bitqik ພິຈາລະນາປັດໃຈຕ່າງໆ ຫຼາກຫຼາຍເມື່ອດຳເນີນການກວດສອບການຍົກເລີກການປະກາດ ຕົວຢ່າງເຊັ່ນ:
- ຄວາມຕັ້ງໃຈຂອງທີມຕໍ່ໂຄງການ
- ລະດັບ ແລະ ຄຸນນະພາບຂອງກິດຈະກຳການພັດທະນາ
- ປະລິມານການຊື້ ແລະ ສະພາບຄ່ອງ
-
ຄວາມໝັ້້ນຄົງ ແລະ ຄວາມປອດໄພຂອງເຄືອຂ່າຍຈາກການໂຈມຕີ
-
ຄວາມໝັ້ນຂອງເຄືອຂ່າຍ/ສັນຍາທີ່ຊານສະຫຼາດ
-
ລະດັບການສື່ສານຂອງສາທາລະນະ
-
ການຕອບສະໜອງຕໍ່ຄຳຂໍດຳເນີນການຕາມຄວາມຮອບຄອບເປັນໄລຍະ
-
ຫຼັກຖານຂອງການກະທຳທີ່ຜິດຈັນຍາບັນ/ສໍ້ໂກງ ຫຼື ການບໍ່ໃສ່ໃຈ
-
ການມີສ່ວນສະໜັບສະໜູນຕໍ່ລະບົບນິເວດຄຣີບໂຕທີ່ສົມບູນ ແລະ ຢັ້ງຢືນ
-
ການປະຕິບັດຕາມກົດໝາຍ ແລະ ຂໍ້ບັງຄັບທີ່ກ່ຽວຂ້ອງ
3.ຈະເກີດຫຍັງຂື້ນກັບຊັບສີນຂອງຂ້ອຍຫຼັງຈາກທີ່ໂຄງຖືກຖອດຖອນ?
ທ່ານສາມາດຖອນໂທເຄັນທີ່ຖືກຖອດຖອນຈາກລະບົບໄປຍັງກະເປົາເງິນພາຍນອກຂອງທ່ານກ່ອນວັນທີ່ກຳນົດເສັ້ນຕາຍທີ່ລະບຸໄວ້ໃນປະກາດການຖອນອອກຈາກລະບົບ (ໂດຍທົ່ວໄປແລ້ວຄືສາມເດືອນຈາກວັນທີ່ຖອດອອກຈາກລະບົບ).
4. ໂຄງການຕ່າງໆຈະໄດ້ຮັບການແຈ້ງລ່ວງໜ້າກ່ອນການຖອນຕົວອອກຈາກການຈົດທະບຽນຫຼືບໍ່?
ເນື່ອງຈາກເລື່ອງດັງກ່າວເປັນເລື່ອງທີ່ລະອຽດອ່ອນ ແລະ ອາດຈະສົ່ງຜົນກະທົບຕໍ່ຕະຫຼາດ ເຮົາຈື່ງບໍ່ເປີດເຜີຍການຕັດສິນໃຈຖອນຕົວຈາກການຈົດທະບຽນໃຫ້ບຸກຄົນພາຍນອກຊາບ ຢ່າງໃດກໍຕາມເຮົາຕິດຕໍ່ໂຄງການທີ່ຈົດທະບຽນເປັນປະຈຳເພື່ອຕິດຕາມຄວາມຄືບໜ້າ ແລະ ການພັດທະນາໂຄງການ.
5. ໂຄງການຈະຫຼີກລ້ຽງການຖືກຖອດອອກຈາກລະບົບໄດແນວໃດ?
ໂຄງການຄວນສ້າງຜະລິດຕະພັນໃຫ້ໝັ້ນຄົງ ມີສ່ວນຮ່ວມກັບຊຸມຊົນຕະຫຼອດ ແລະ ເຜິຍແພ່ແຜນງານທີ່ຊັດເຈນ.
6. bitqik ຈະເຮັດການນຳໂທເຄັນທີ່ຖືກຖອດອອກກັບສູ່ລະບົບຫຼືບໍ່?
ການຕັດສິນໃຈນຳໂທເຄັນທີ່ຖືກຖອດອອກກັບສູ່ລະບົບຂື້ນຢູ່ກັບຄວາມຄືບໜ້າໃນອານາຄົດຂອງໂຄງການ ແລະ ປະເມີນເປັນລາຍກໍລະນີ.
ໃນຊ່ວງເວລາດັງກ່າວ ຜູ້ໃຊ້ທີ່ເປີດອໍເດີສຳລັບຄູ່ການຊື້ຂາຍທີ່ໄດ້ຮັບຜົນກະທົບຈະໄດ້ຮັບຄຳແນະນຳໃຫ້ຍົກເລີກອໍເດີຂອງເຂົາ ອໍເດີທີ່ຍັງບໍ່ຖືກຍົກເລີກຫຼັງຈາກການຖອດອອກຈາກລາຍການຈະຖືກຍົກເລີກໂດຍລະບົບອັດຕະໂນມັດ ແລະ ຊັບສີນທີ່ກ່ຽວຂ້ອງຈະຖືກສົ່ງຄືນໄປຍັງບັນຊີເທຣດຂອງຜູ້ໃຊ້.
7. ຫາກຂ້ອງບໍ່ທັນກຳນົດເວລາການຖອນໂທເຄັນທີ່ຖອນອອກຈາາກລາຍການ ເງິນຂອງຂ້ອຍຈະສູນຫາຍຫຼືບໍ່?
ຫາກທ່ານບໍ່ໄດ້ຖອນເງິນອອກກ່ອນວັນ ແລະ ເວລາທີ່ກຳໜົດ ທີມງານ bitqik ຈະພະຍາຍາມກູ້ຄືນເງິນຂອງທ່ານ.
ຄຳຂໍການກູ້ຄືນໂທເຄັນທີ່ຖືກນຳອອກຈາກລາຍການຈະຕ້ອງເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂດັງຕໍ່ໄປນີ້:
bitqik ຈະປະເມີນ ແລະ ກຳໜົດຄວາມເປັນໄປໄດ້ຂອງຄວາມພະຍາຍາມກູ້ຄືນກ່ອນ ຫາກພົບວ່າການກູ້ຄຶນບໍ່ສາມາດເຮັດຫຼັງຈາກການປະເມີນນີ້ ໂທເຄັນຈະບໍ່ສາມາດກູ້ຄືນໄດ້ ການຕັດສີນໃຈດັງກ່າວຈະຂື້ນກັບການຕັດສິນໃຈຂອງ bitqik ພຽງຜູ້ດຽວ ແລະ ເດັດຂາດ.
ຫາກພົບວ່າສາມາດກູ້ຄືນໄດ້ bitqik ຈະພະຍາຍາມກູ້ຄືນ ແຕ່ບໍ່ສາມາດຮັບປະກັນຄວາມສຳເລັດສຳລັບການຖອນເງິນ.
ຈະມີການເກັບຄ່າທຳນຽມຕາມຈຳນວນເງິນທີ່ກູ້ໄດ້ຄືນໄດ້ທັງໝົດ ຫຼື ບາງສ່ວນສຳລັບຄວາມພະຍາຍາມກູ້ຄືນ ຄ່າທຳນຽມນີ້ຈະຖືກຫັກຈາກກະເປົາເງິນ Exchange ຂອງທ່ານ ດັງນັ້ນກະລຸນາກວດສອບໃຫ້ແນ່ໃຈວ່າທ່ານມີເງິນພຽງພໍສຳລັບການຫັກເງິນເມື່ອຄຳຂໍກູ້ຄືນໄດ້ຮັບການຢືນຢັນ.
bitqik ບໍ່ສາມາດລະບຸກອບເວລາ ຫຼື ຂໍ້ຈຳກັດສຳລັບກະບວນການກູ້ຄຶນຕາມການຕັດສີນໃຈໄດ້ເນື່ອງຈາກມີຕົວແປຈຳນວນຫຼາຍທີ່ກ່ຽວຂ້ອງ ແລະ ເຮົາຂໍແນະນຳໃຫ້ອົດທົນໃນຂະນະທີ່ເຮົາດຳເນີນການກັບຄວາມພະຍາຍາມໃນການກູ້ຄືນແຕ່ລະເທື່ອ.
ໝາຍເຫດ: bitqik ບໍ່ສາມາດ ຫຼື ຈະບໍ່ສາມາດເປີດເຜຍການອັບເດດໃດໆ ກ່ຽວກັບຄວາມພະຍາຍາມໃນການກູ້ຄືນຈົນກວ່າຂັ້ນຕ່ອນຈະສຳເລັດສົມບູນ.
8.ກອບເວລາສຳລັບການພະຍາຍາມກູ້ຄືນໂທເຄັນຫຼັງຈາກການຖອນເງິນປິດລົງແມ່ນຫຍັງ?
ສາມາດພະຍາຍາມກູ້ຄືນໂທເຄັນໄດ້ພາຍໃນສອງເດືອນຫຼັງຈາກການຖອນເງິນປິດລົງ.
ສຳຄັນ: ເນື່ອງຈາກຂະບວນການກູ້ຄືນໃຊ້ເວລາດົນ ແລະ ບໍ່ສາມາດຮັບປະກັນການກູ້ຄືນສຳເລັດໄດ້ຕະຫຼອດ ເຮົາຈື່ງຂໍແນະນຳໃຫ້ທ່ານຖອນຊັບສິນຂອງທ່ານກ່ອນ.
ຫາກທ່ານມີຄຳຖາມໃດໆ ກ່ຽວກັບການກູ້ຄືນໂທເຄັນທີ່ຖືກນຳອອກຈາກລາຍການ ກະລຸນາຕິດຕໍ່ຝ່າຍ Customer Support.
ເມື່ອໂທເຄັນຖືກຖອນອອກຈາກລາຍການ ອາດເກີດສະຖານະການຕໍ່ໄປນີ້:
1. ຄູ່ການເທຣດທີ່ກ່ຽວຂ້ອງບາງສ່ວນ ຫຼື ທັງໝົດຈະຖືກລະງັບ.
2. ການຝາກໂທເຄັນທີ່ໄດ້ຮັບຜົນກະທົບຖືກລະງັບ.
3. ການຖອນໂທເຄັນທີ່ໄດ້ຮັບຜົນກະທົບຖືກລະງັບ.
ຜູ້ໃຊ້ຈະຊ່ວງເວລາບັບເຟີສຳລັບການຖອນໂທເຄັນທີ່ຖືກລົບອອກຈາກລາຍການກ່ອນທີ່ການຖອນຈະຖືກລະງັບ.
ຫາກຜູ້ໃຊ້ບໍ່ສາມາດຖອນໂທເຄັນທີ່ຖືກຖອດອອກຈາກລາຍຊື່ກ່ອນຊ່ວງເວລາບັບເຟີທີ່ກຳນົດ bitqik ຈະແລກປ່ຽນໂທເຄັນທີ່ຖືກຖອດອອກຈາກລາຍຊື່ເປັນມູນຄ່າທຽບເທົ່າໃນ USDT (ຕາມລາຄາຕະຫຼາດປັດຈຸບັນ) ຫາກສະພາວະຕະຫຼາດເອື້ອອຳນວຍ ກະລຸນາຊາບວ່າຂະບວນການແລກປ່ຍນນີ້ຄາດວ່າຈະໃຊ້ເວລາສອງຫາສາມອາທິດ.
ກົດການແລກປ່ຽນ
1. ຫາກມີສະພາບຄ່ອງພຽງພໍໃນຕະຫຼາດນອກຕະຫຼາດ (OTC) ຫຼັງຈາກການຖອນໂທເຄັນຖືກລະງັບ bitqik ຈະປ່ຽນໂທເຄັນທີ່ຖອດອອກຈາກລາຍການເປັນມູນຄ່າທຽບເທົ່າໃນ USDT ຕາມລາຄາຕະຫຼາດ ແລະ ແຈກຈ່າຍຈຳນວນ USDT ນີ້ໄປຍັງບັນຊີ Spot ຂອງຜູ້ໃຊ້ຫຼັງຈາກຫັກຄ່າທຳນຽມທຸລະກຳ.
2. ຫາກສະພາບຄ່ອງໃນຕະຫຼາດ OTC ບໍ່ພຽງພໍຫຼັັງຈາກການລະງັບການຖອນເງິນ ຈະບໍ່ມີການເຮັດທຸລະກຳໃດໆ ເກີດຂື້ນ ແລະ ມູນຄ່າຂອງໂທເຄັນທີ່ຖືກລົບອອກຈາກລາຍການຈະກາຍເປັນສູນ ຜູ້ໃຊ້ຈະບໍ່ສາມາດເຫັນໂທເຄັນທີ່ຖືກລົບອອກຈາກລາຍການໃນບັນຊີຂອງຕົນເອງໄດ້.
3. ຫາກມູນຄ່າຊັບສີນຫຼັງຈາກແລກປ່ຽນໂທເຄັນທີ່ຖືກຖອດອອກຈາກລາຍການແລ້ວຕ່ຳກວ່າ 0.01 USDT ທາງ bitqik ຈະບໍ່ປ່ອຍ USDT ທີ່ປ່ຽນແລ້ວໄປຍັງບັນຊີ Spot ຂອງຜູ້ໃຊ້.
ໝາຍເຫດ:
- ເນື່ອງຈາກຕະຫຼາດມີຄວາມຜັນຜວນ ຜູ້ໃຊ້ຈື່ງຄວານຖອນໂທເຄັນທີ່ຖອນອອກຈາກລາຍຊື່ໂດຍໄວທີ່ສຸດເພື່ອຫຼີກລ້ຽງການສູນເສຍ.
- ກະລຸນາລໍຖ້າລະຫວ່າງຂັ້ນຕອນການຖອນ ແລະ ແລກປ່ຽນ ເນື່ອງຈາກອາດຈະຕ້ອງໃຊ້ເວລາໃນຂະນະທີ່ການດຳເນີນການຕາມຂັ້ນຕອນທີ່ຈຳເປັນທັງໝົດ ເຮົາຂໍຂອບໃຈສຳລັບຄວາມຮ່ວມມື ແລະ ຄວາມເຂົ້າໃຈຂອງທ່ານເປັນຢ່າງຍິ່ງ.
- bitqik ຂໍສະຫງວນສິດໃນການແກ້ໄຂ ປ່ຽນແປງ ຫຼື ຍົກເລີກການຖອນອອກຈາກລາຍຊື່ໄດ້ຕະຫຼອດເວລາ ແລະ ດ້ວຍເຫດຜົນໃດໆກໍຕາມ ໂດຍບໍ່ຕ້ອງແຈ້ງໃຫ້ຊາບລ່ວງໜ້າ.
* ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອເພີ່ມຕື່ມ, ກະລຸນາຕິດຕໍ່ພວກເຮົາທີ່ support@bitqik.com.
=================================================================
bitqik regularly communicates with listed projects to ensure users can access high-quality projects in the bitqik ecosystem. Projects that do not meet these standards will be delisted to protect users' interests.
1. How does bitqik evaluate listed projects?
bitqik regularly communicates with listed projects to understand their progress and development. Factors evaluated include a project’s product roadmap, leadership team, etc. This includes both positive and negative changes, such as any unexpected deviations from their previous plans.
During major market events, bitqik will check in with projects to understand how they have been impacted. Should a project encounter a major incident(e.g., the project was hacked), bitqik will reach out to see if any support is required. After this, bitqik will also review the project’s incident handling procedures and assess whether they have implemented proper measures to prevent similar incidents in the future.
At bitqik, we value users' feedback and suggestions. In addition to the above review criteria, we will conduct assessments as to whether a project that has received a large number of complaints meets our listing criteria.
2. What does bitqik consider before delisting a project/token?
bitqik considers a variety of factors when conducting delisting reviews. Examples include:
- Commitment of team to project
- Level and quality of development activity
- Trading volume and liquidity
-
Stability and safety of network from attacks
-
Network/smart contract stability
-
Level of public communication
-
Responsiveness to our periodic due diligence requests
-
Evidence of unethical/fraudulent conduct or negligence
-
Contribution to a healthy and sustainable crypto ecosystem
-
Compliance with applicable laws and regulations
3. What happens to my assets after a project is delisted?
You can withdraw the delisted token to your external wallets before the cutoff date specified in the delisting announcement (generally three months from the date of delisting).
4. Do projects get informed in advance prior to their delisting?
Due to the sensitive nature of such matters and their potential impact on the market, we do not disclose any delisting decisions to external parties. However, we regularly contact listed projects to stay updated on their progress and development.
5. How can a project avoid being delisted?
Projects should actively build their products, engage their community frequently, and publish a clear roadmap.
6. Will bitqik re-list a delisted token?
Re-listing decisions will be dependent on a project’s future progress and will be evaluated on a case-by-case basis.
During this period, users who have open orders for affected trading pairs are advised to cancel their orders. Orders that are still not canceled after the delisting will be canceled automatically by the system, and the relevant assets will be returned to users’ trading account.
7. Will my funds be lost if I miss a delisted token’s withdrawal deadline?
If you have not withdrawn the funds before the date and time specified, the bitqik team can attempt to recover your funds.
Delisted token recovery requests are subject to the following terms and conditions:
bitqik will first evaluate and determine the viability of a recovery attempt. If a recovery is determined to be unfeasible following this evaluation, the tokens will not be recovered. Such decisions will be made at bitqik sole and absolute discretion.
If a recovery attempt is determined to be possible, bitqik will attempt a recovery, but successful withdrawals cannot be guaranteed.
A fee based on full or partially recovered funds will be applied for a recovery attempt. This fee will be deducted from your Exchange wallet, so please ensure you have enough funds available for the deduction once the recovery request is confirmed.
bitqik is unable to provide a time frame or limit for any discretionary recovery process due to the many variables involved, and we recommend patience as we work on each recovery attempt.
Note: bitqik cannot or will not disclose any updates on the recovery attempt until the procedure is completed.
8. What is the time frame for attempting token recovery after the closure of withdrawals?
Token recovery can be attempted up to 2 months after withdrawals close.
Important: Due to the length of the recovery process and because successful recoveries are not always guaranteed, we recommend you withdraw your assets before the announced deadline.
If you have any questions regarding the recovery of delisted tokens, feel free to contact customer support
Once a token is delisted, the following scenarios may occur:
1. Some or all associated trading pairs are suspended;
2. Affected token deposits are suspended;
3. Affected token withdrawals are suspended.
Users will have a buffer period to withdraw delisted tokens before withdrawals are suspended.
If users fail to withdraw their delisted tokens before the stipulated buffer period, bitqik will exchange the delisted tokens for their equivalent value in USDT (according to the current market price) if market conditions permit. Please note that this exchange process is expected to take two to three weeks.
Exchange Rules
1. If there is sufficient liquidity in the over-the-counter (OTC) market after the token withdrawal is suspended, bitqik will convert the delisted tokens into their equivalent value in USDT at the market price, and distribute this USDT amount to the user’s Spot Account after deducting transaction fees.
2. If there is insufficient liquidity in the OTC market after the suspension of withdrawals, no transactions will take place, and the value of the delisted tokens will become zero. Users will not be able to see delisted tokens in their accounts.
3. If the asset value after the delisted token is exchanged is below 0.01 USDT, bitqik will not release the converted USDT to users' Spot Accounts.
Notes:
- Due to market fluctuations, users are advised to withdraw delisted tokens as soon as possible to avoid losses.
- Please be patient during the withdrawal and exchange process as it may take some time to complete all necessary procedures. Your cooperation and understanding are greatly appreciated.
- bitqik reserves the right to amend, change or cancel delistings at any time, and for any reasons, without prior notice.
* If you need further help, please reach out to us at support@bitqik.com.